5 ໃນມື້ທີຫົກ ໃຫ້ເກັບເອົາຫລາຍກວ່າມື້ທຳມະດາໜຶ່ງເທົ່າ ເພື່ອເອົາໄວ້ຕຽມເປັນອາຫານ.”
ດັ່ງນັ້ນ ໂມເຊແລະອາໂຣນຈຶ່ງບອກຊາວອິດສະຣາເອນໝົດທຸກຄົນວ່າ, “ໃນຕອນຄໍ່ານີ້ ພວກເຈົ້າທຸກຄົນຈະໄດ້ຮູ້ຄັກວ່າ ແມ່ນພຣະເຈົ້າຢາເວທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.