Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:4 - ພຣະຄຳພີສັກສິ

4 ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ບັນດານ​ໃຫ້​ເຂົ້າຈີ່​ຕົກລົງ​ມາ​ຈາກ​ສະຫວັນ ດັ່ງ​ຫ່າຝົນ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ກິນ. ຈົ່ງ​ບອກ​ປະຊາຊົນ​ໄປ​ເກັບ​ເອົາ​ແຕ່ລະ​ວັນ ໃຫ້​ພໍດີ​ກິນ​ສຳລັບ​ວັນ​ໜຶ່ງ. ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ທົດສອບ​ເບິ່ງ​ໄດ້​ວ່າ ພວກເຂົາ​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ​ຫລື​ບໍ່.

Uka jalj uñjjattʼäta Copia luraña




ອົບພະຍົບ 16:4
17 Jak'a apnaqawi uñst'ayäwi  

ມີ​ຄຳສັ່ງ​ຂອງ​ກະສັດ​ຂໍ້ໜຶ່ງ​ໄດ້​ກຳນົດ​ໄວ້​ວ່າ, ຕະກຸນ​ຕ່າງໆ​ຈະ​ຕ້ອງ​ສັບປ່ຽນ​ກັນ​ຮ້ອງເພງ​ແຕ່ລະວັນ​ໃນ​ພຣະວິຫານ.


ເມື່ອ​ຫິວເຂົ້າ ຊົງ​ໃຫ້​ເຂົ້າ​ຕົກ​ຈາກ​ສະຫວັນ ເມື່ອ​ຫິວນໍ້າ ກໍ​ມີ​ນໍ້າ​ໄຫລ​ຈາກ​ໂງ່ນຫີນ​ໄດ້​ດື່ມ. ພຣະອົງ​ບອກ​ພວກເພິ່ນ​ໃຫ້​ເຂົ້າ​ຢຶດ​ດິນແດນ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ພວກເພິ່ນ.


ດ້ວຍ​ຄຸນງາມ​ຄວາມດີ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຈຶ່ງ​ບອກ​ສິ່ງ​ທີ່​ພວກເພິ່ນ​ຄວນ​ກະທຳ; ພຣະອົງ​ໄດ້​ລ້ຽງດູ​ພວກເພິ່ນ​ດ້ວຍ​ມານາ ແລະ​ໃຫ້​ພວກເພິ່ນ​ໄດ້​ມີ​ນໍ້າ​ດື່ມ.


ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.


ແຕ່​ພຣະອົງ​ໄດ້​ກ່າວ​ແກ່​ທ້ອງຟ້າ​ເບື້ອງ​ເທິງ ແລະ​ໄດ້​ສັ່ງ​ທ້ອງຟ້າ​ໃຫ້​ໄຂ​ປະຕູ​ອອກ


ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.


ເມື່ອ​ຊາວ​ອິດສະຣາເອນ​ເຫັນ ພວກເຂົາ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ຈຶ່ງ​ຖາມ​ກັນ​ວ່າ, “ອັນ​ນີ້​ແມ່ນ​ຫຍັງ?” ແລ້ວ​ໂມເຊ​ກໍ​ບອກ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ເຂົ້າຈີ່​ທີ່​ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ກິນ.


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເປັນ​ຄົນ​ຂີ້ຕົວະ ແລະ​ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເປັນ​ຄົນ​ຮັ່ງມີ ຫລື​ເປັນ​ຄົນທຸກ. ສະນັ້ນ ໂຜດ​ໃຫ້​ຂ້ານ້ອຍ​ມີ​ອາຫານ​ຕາມ​ຄວາມ​ເໝາະສົມ.


ຂໍ​ຊົງ​ໂຜດ​ປະທານ​ເຂົ້າຈີ່​ປະຈຳ​ວັນ ໃຫ້​ແກ່​ຂ້ານ້ອຍ​ທັງຫລາຍ ໃນ​ກາລະ​ວັນ​ນີ້


ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ


ທຸກຄົນ​ຕ່າງ​ກໍໄດ້​ກິນ​ອາຫານ​ທິບ​ຢ່າງ​ດຽວກັນ


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພຣະອົງ​ໄດ້​ໃຫ້​ມານາ​ແກ່​ພວກເຈົ້າ​ກິນ ຄື​ອາຫານ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ. ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຖືກ​ຄວາມທຸກ​ລຳບາກ​ເພື່ອ​ທົດສອບ​ພວກເຈົ້າ ເພື່ອ​ວ່າ​ໃນ​ບັ້ນປາຍ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ດ້ວຍ​ສິ່ງ​ທີ່​ດີ.


ຈົ່ງ​ຈົດຈຳ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃນ​ການ​ເດີນທາງ​ອັນ​ຍາວນານ​ນີ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ 40 ປີ ຢ່າງ​ໃດ. ພຣະອົງ​ກໍໄດ້​ທົດສອບ​ພວກເຈົ້າ​ໃນ​ຄວາມທຸກ​ລຳບາກ​ເໝືອນກັນ ເພື່ອ​ຢາກ​ຈະ​ຢັ່ງຮູ້​ຈິດໃຈ​ຂອງ​ພວກເຈົ້າ​ວ່າ​ເປັນ​ຢ່າງ​ໃດ ແລະ​ພວກເຈົ້າ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຫລື​ບໍ່?


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka