ອົບພະຍົບ 16:34 - ພຣະຄຳພີສັກສິ34 ເພື່ອກະທຳຕາມທີ່ພຣະເຈົ້າຢາເວສັ່ງໄວ້ກັບໂມເຊ ອາໂຣນຈຶ່ງເອົາໄຫມານາ ມາວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຈະເກັບຮັກສາໄວ້. Uka jalj uñjjattʼäta |
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”