ອົບພະຍົບ 16:3 - ພຣະຄຳພີສັກສິ3 ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ພຣະເຈົ້າຢາເວຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມພຸ້ນສາ! ແຕ່ທ່ານຊໍ້າພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.” Uka jalj uñjjattʼäta |
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.
ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’
ພຣະອົງໄດ້ເຮັດໃຫ້ພວກເຈົ້າອຶດຫິວ ແລ້ວພຣະອົງກໍໃຫ້ພວກເຈົ້າໄດ້ກິນມານາ ຄືອາຫານທີ່ພວກເຈົ້າແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍກິນມາກ່ອນ. ພຣະອົງໄດ້ເຮັດເຊັ່ນນີ້ເພື່ອສອນພວກເຈົ້າວ່າ ມະນຸດຈະບໍ່ໄດ້ລ້ຽງຊີວິດດ້ວຍອາຫານແຕ່ຢ່າງດຽວ ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າຢາເວ.