Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:23 - ພຣະຄຳພີສັກສິ

23 ແລະ​ໂມເຊ​ກໍໄດ້​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ວ່າ​ໃນ​ມື້ອື່ນ​ແມ່ນ​ວັນ​ພັກຜ່ອນ, ເປັນ​ວັນ​ຊະບາໂຕ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີ​ສິ່ງໃດ​ທີ່​ຢາກ​ປີ້ງ​ກໍ​ໃຫ້​ປີ້ງ​ສາ ແລະ​ມີ​ສິ່ງໃດ​ທີ່​ຢາກ​ຕົ້ມ​ກໍ​ໃຫ້​ຕົ້ມ​ສາ ສ່ວນ​ທີ່​ເຫຼືອ​ນັ້ນ​ຈົ່ງ​ເກັບ​ໄວ້​ສຳລັບ​ມື້ອື່ນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 16:23
16 Jak'a apnaqawi uñst'ayäwi  

ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.


ໂມເຊ​ບອກ​ພວກເຂົາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເກັບ​ເອົາ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ.”


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ​ເພື່ອ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.


ຫລື​ແບກຫາມ​ສິ່ງໃດໆ​ອອກ​ຈາກ​ເຮືອນ​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ໃນວັນນີ້ ພວກເຈົ້າ​ຕ້ອງ​ຢຶດຖື​ເປັນ​ວັນ​ສັກສິດ ດັ່ງ​ທີ່​ເຮົາ​ໄດ້​ສັ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ.


ມານາ​ເປັນ​ຄື​ເມັດ​ຜັກ​ກໍຣຽນເດ ແລະ​ສີ​ຄື​ຢາງ​ເຣຊິນ.


ມັນ​ຕົກລົງ​ເທິງ​ຄ້າຍພັກ​ໃນ​ຕອນ​ກາງຄືນ​ພ້ອມ​ກັບ​ນໍ້າ​ໝອກ. ເຊົ້າ​ວັນ​ໃໝ່​ມາ ປະຊາຊົນ​ຈະ​ໄປ​ເກັບ​ເອົາ​ມາ​ໂມ້​ເຮັດ​ແປ້ງ ແລະ​ຕົ້ມ​ໃຫ້​ສຸກ​ເພື່ອ​ເຮັດ​ເຂົ້າໜົມ​ແຜ່ນ. ຣົດຊາດ​ຂອງ​ມານາ​ຄື​ກັບ​ເຂົ້າຈີ່ ທີ່​ອົບ​ໃສ່​ນໍ້າມັນ​ໝາກກອກເທດ.)


ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ. ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.


ຈົ່ງ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka