22 ໃນມື້ທີຫົກ ພວກເຂົາກໍເກັບເອົາອາຫານໄວ້ສອງເທົ່າ ຄົນລະປະມານສີ່ລິດ. ບັນດາຫົວໜ້າຊຸມຊົນອິດສະຣາເອນໄດ້ມາລາຍງານເລື່ອງນີ້ຕໍ່ໂມເຊ
ພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດປະມານຄົນລະສອງລິດ ໂດຍໃຫ້ເກັບເອົາຄົບຕາມຈຳນວນຄົນໃນຄອບຄົວ.”
ສະນັ້ນ ທຸກໆເຊົ້າໃດ ແຕ່ລະຄົນຈຶ່ງເກັບເອົາຕາມທີ່ຕົນຈະກິນໄດ້ໝົດ. ເມື່ອຕາເວັນຂຶ້ນສູງ ແລະແດດຮ້ອນແລ້ວ ອາຫານນີ້ກໍຈະລະລາຍໄປ.
ໃນມື້ທີຫົກ ໃຫ້ເກັບເອົາຫລາຍກວ່າມື້ທຳມະດາໜຶ່ງເທົ່າ ເພື່ອເອົາໄວ້ຕຽມເປັນອາຫານ.”
ແຕ່ໂມເຊໄດ້ເອີ້ນຫາພວກເຂົາ ແລ້ວອາໂຣນພ້ອມດ້ວຍບັນດາຫົວໜ້າຂອງຊຸມນຸມຊົນກໍເຂົ້າມາໃກ້ ແລະຟັງຄຳກ່າວຂອງໂມເຊ.
ຕະຫລອດປີທີຫ້າສິບຈະເປັນປີບໍຣິສຸດສຳລັບພວກເຈົ້າ; ພວກເຈົ້າຈະກິນພືດຜົນທີ່ເກີດຂຶ້ນເອງໃນທົ່ງນາເທົ່ານັ້ນ.
ເມື່ອພວກເຈົ້າປູກຝັງໃນໄຮ່ນາໃນປີທີແປດ ພວກເຈົ້າຍັງຈະກິນສິ່ງທີ່ເກັບກ່ຽວໄດ້ຈາກຜົນລະປູກໃນປີທີຫົກນັ້ນຢູ່ ແລະພວກເຈົ້າຍັງຈະມີກິນພຽງພໍຈົນເຖິງລະດູເກັບກ່ຽວຜົນລະປູກໃນປີທີເກົ້າ.”