Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:2 - ພຣະຄຳພີສັກສິ

2 ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້ ພວກເຂົາ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ​ກັບ​ອາໂຣນ​ອີກ.

Uka jalj uñjjattʼäta Copia luraña




ອົບພະຍົບ 16:2
10 Jak'a apnaqawi uñst'ayäwi  

ກ່ອນ​ແຂກ​ທັງສອງ​ຈະ​ເຂົ້າ​ໄປ​ນອນ ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ​ກໍ​ມາ​ອ້ອມ​ເຮືອນ​ຂອງ​ໂລດ. ຜູ້ຊາຍ​ຊາວ​ເມືອງ​ທຸກຄົນ​ທັງ​ໜຸ່ມ​ແລະ​ແກ່​ໄດ້​ມາ​ທີ່​ນັ້ນ.


ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.


ພວກເຂົາ​ອາໄສ​ຜ້າເຕັນ​ຢູ່​ແລະ​ຈົ່ມວ່າ​ຢ່າງ​ບໍ່​ພໍໃຈ ແລະ​ບໍ່​ຍອມ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ.


ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃນ​ເອຢິບ ບໍ່ໄດ້​ເຂົ້າໃຈ​ເຖິງ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່, ພວກເພິ່ນ​ລືມໄລ​ຄວາມຮັກ​ທີ່​ພຣະອົງ​ໂຜດ​ໃຫ້​ເຫັນ ແລະ​ໄດ້​ກະບົດ​ຕໍ່ສູ້​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ທະເລແດງ


ພວກເຂົາ​ຮ້ອງ​ໃສ່​ໂມເຊ​ວ່າ, “ໃນ​ປະເທດ​ເອຢິບ​ບໍ່ມີ​ບ່ອນ​ຝັງສົບ​ບໍ? ເປັນຫຍັງ​ຈຶ່ງ​ພາ​ພວກເຮົາ​ມາ​ຕາຍ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້? ເບິ່ງ​ພຸ້ນ​ດູ ຜົນ​ທີ່​ທ່ານ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ


ປະຊາຊົນ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ຖາມ​ເພິ່ນ​ວ່າ, “ພວກເຮົາ​ຈະ​ຫາ​ນໍ້າ​ມາ​ແຕ່​ໃສ​ດື່ມ?”


ແຕ່​ປະຊາຊົນ​ຫິວນໍ້າ​ຫລາຍ​ຈຶ່ງ​ສືບຕໍ່​ຈົ່ມຮ້າຍ​ໂມເຊ ໂດຍ​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ພວກເຮົາ​ກັບ​ລູກຫລານ ແລະ​ຝູງສັດ​ຕາຍ​ຫິວນໍ້າ​ຊັ້ນບໍ?”


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka