Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:19 - ພຣະຄຳພີສັກສິ

19 ໂມເຊ​ບອກ​ພວກເຂົາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເກັບ​ເອົາ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ.”

Uka jalj uñjjattʼäta Copia luraña




ອົບພະຍົບ 16:19
5 Jak'a apnaqawi uñst'ayäwi  

ພວກເຈົ້າ​ບໍ່​ຕ້ອງ​ໃຫ້​ສິ່ງໃດໆ​ເຫຼືອ​ຮອດ​ມື້​ເຊົ້າ ຖ້າ​ມີ​ສິ່ງ​ເຫຼືອ​ຢູ່​ກໍ​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ.


ແຕ່​ມີ​ບາງຄົນ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ໂມເຊ ຈຶ່ງ​ໄດ້​ເກັບ​ເອົາ​ບາງ​ສ່ວນ​ໄວ້. ພໍ​ຮອດ​ມື້​ເຊົ້າ​ມາ ອາຫານ​ນັ້ນ​ກໍ​ເປັນ​ໜອນ​ແລະ​ເນົ່າເໝັນ. ໂມເຊ​ຈຶ່ງ​ຮ້າຍ​ໃຫ້​ພວກເຂົາ.


ແລະ​ໂມເຊ​ກໍໄດ້​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ວ່າ​ໃນ​ມື້ອື່ນ​ແມ່ນ​ວັນ​ພັກຜ່ອນ, ເປັນ​ວັນ​ຊະບາໂຕ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີ​ສິ່ງໃດ​ທີ່​ຢາກ​ປີ້ງ​ກໍ​ໃຫ້​ປີ້ງ​ສາ ແລະ​ມີ​ສິ່ງໃດ​ທີ່​ຢາກ​ຕົ້ມ​ກໍ​ໃຫ້​ຕົ້ມ​ສາ ສ່ວນ​ທີ່​ເຫຼືອ​ນັ້ນ​ຈົ່ງ​ເກັບ​ໄວ້​ສຳລັບ​ມື້ອື່ນ.”


ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ແກ່​ເຮົາ​ໃນ​ລະຫວ່າງ​ເທດສະການ​ສາມ​ປາງ​ນີ້ ບໍ່​ໃຫ້​ມີ​ເຫຼືອ​ຈົນ​ຮອດ​ຕອນເຊົ້າ​ຂອງ​ມື້​ໃໝ່.


ເຫດສະນັ້ນ ຢ່າ​ກະວົນ​ກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ຈະ​ມີ​ເລື່ອງ​ກະວົນ​ກະວາຍ​ໃນໂຕ​ມັນເອງ ຄວາມທຸກ​ໃນ​ວັນໃດ​ກໍ​ພໍ​ແລ້ວ​ສຳລັບ​ວັນນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka