16 ພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດປະມານຄົນລະສອງລິດ ໂດຍໃຫ້ເກັບເອົາຄົບຕາມຈຳນວນຄົນໃນຄອບຄົວ.”
ຊາວອິດສະຣາເອນກໍເຮັດຕາມຄຳສັ່ງນັ້ນ ບາງຄົນກໍເກັບເອົາຫລາຍ ແລະບາງຄົນກໍເກັບເອົາໜ້ອຍ.
ເມື່ອຊັ່ງເບິ່ງແລ້ວ ຜູ້ທີ່ເກັບເອົາຫລາຍກໍບໍ່ໄດ້ເຫຼືອ ແລະຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ຂາດ. ທຸກຄົນເກັບເອົາໄດ້ພໍດີກັບທີ່ຕົນກິນອີ່ມ.
ໜຶ່ງໂອເມເທົ່າກັບປະມານສອງລິດ ຫລືເທົ່າກັບໜຶ່ງສ່ວນສິບຂອງເອຟາ)