Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:15 - ພຣະຄຳພີສັກສິ

15 ເມື່ອ​ຊາວ​ອິດສະຣາເອນ​ເຫັນ ພວກເຂົາ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ຈຶ່ງ​ຖາມ​ກັນ​ວ່າ, “ອັນ​ນີ້​ແມ່ນ​ຫຍັງ?” ແລ້ວ​ໂມເຊ​ກໍ​ບອກ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ເຂົ້າຈີ່​ທີ່​ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ກິນ.

Uka jalj uñjjattʼäta Copia luraña




ອົບພະຍົບ 16:15
19 Jak'a apnaqawi uñst'ayäwi  

ເມື່ອ​ຫິວເຂົ້າ ຊົງ​ໃຫ້​ເຂົ້າ​ຕົກ​ຈາກ​ສະຫວັນ ເມື່ອ​ຫິວນໍ້າ ກໍ​ມີ​ນໍ້າ​ໄຫລ​ຈາກ​ໂງ່ນຫີນ​ໄດ້​ດື່ມ. ພຣະອົງ​ບອກ​ພວກເພິ່ນ​ໃຫ້​ເຂົ້າ​ຢຶດ​ດິນແດນ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ພວກເພິ່ນ.


ດ້ວຍ​ຄຸນງາມ​ຄວາມດີ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຈຶ່ງ​ບອກ​ສິ່ງ​ທີ່​ພວກເພິ່ນ​ຄວນ​ກະທຳ; ພຣະອົງ​ໄດ້​ລ້ຽງດູ​ພວກເພິ່ນ​ດ້ວຍ​ມານາ ແລະ​ໃຫ້​ພວກເພິ່ນ​ໄດ້​ມີ​ນໍ້າ​ດື່ມ.


ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.


ພຣະອົງ​ໄດ້​ສົ່ງ​ເມັດ​ເຂົ້າ​ຄື​ມານາ​ລົງ​ຈາກ​ສະຫວັນ ຕົກລົງ​ມາ​ໃຫ້​ພວກເຂົາ​ໄດ້​ກິນ​ອີ່ມ​ທ້ອງ.


ປະຊາຊົນ​ອິດສະຣາເອນ​ຕ່າງ​ກໍ​ເອີ້ນ​ອາຫານ​ນີ້​ວ່າ ມານາ. ອາຫານ​ນີ້​ເປັນເມັດ​ຂາວ​ເໝືອນ​ໃນ​ຜັກຊີ ແລະ​ມີ​ຣົດຊາດ​ເໝືອນ​ເຂົ້າໜົມ​ແຜ່ນ​ປະສົມ​ນໍ້າເຜິ້ງ.


ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໄຫ​ໜ່ວຍ​ໜຶ່ງ​ມາ​ຜອງ​ມານາ​ໃສ່​ສອງ​ລິດ​ໄວ້ໃນ​ໄຫ ແລະ​ເອົາ​ໄຫ​ນັ້ນ​ໄປ​ວາງ​ໄວ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພື່ອ​ເອົາ​ໄວ້​ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ບັນດານ​ໃຫ້​ເຂົ້າຈີ່​ຕົກລົງ​ມາ​ຈາກ​ສະຫວັນ ດັ່ງ​ຫ່າຝົນ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ກິນ. ຈົ່ງ​ບອກ​ປະຊາຊົນ​ໄປ​ເກັບ​ເອົາ​ແຕ່ລະ​ວັນ ໃຫ້​ພໍດີ​ກິນ​ສຳລັບ​ວັນ​ໜຶ່ງ. ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ທົດສອບ​ເບິ່ງ​ໄດ້​ວ່າ ພວກເຂົາ​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ​ຫລື​ບໍ່.


“ຈົ່ງ​ມາ​ກິນ​ເຂົ້າ​ແລະ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໄດ້​ປະສົມ​ໄວ້.


ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”


ດ້ວຍວ່າ, ຄົນ​ທົ່ວ​ໄປ​ຢູ່​ໃນ​ໂລກນີ້​ກະວົນ​ກະວາຍ​ຢູ່​ສະເໝີ ກັບ​ເລື່ອງ​ທັງໝົດ​ເຫຼົ່ານີ້.) ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້.


ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ກິນ​ມານາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພວກເຂົາ​ໄດ້​ຕາຍໄປ.


ນີ້ແຫລະ ເປັນ​ເຂົ້າ​ຈີ່​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່​ເໝືອນ​ກັບ​ທີ່​ປູ່ຍ່າຕາຍາຍ​ຂອງ​ເຈົ້າ​ທັງຫລາຍ​ໄດ້​ກິນ​ແລ້ວ​ໄດ້​ຕາຍໄປ ແຕ່​ຜູ້​ທີ່​ກິນ​ເຂົ້າ​ຈີ່​ນີ້​ຈະ​ມີ​ຊີວິດ​ນິຣັນດອນ.”


ທຸກຄົນ​ຕ່າງ​ກໍໄດ້​ກິນ​ອາຫານ​ທິບ​ຢ່າງ​ດຽວກັນ


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພຣະອົງ​ໄດ້​ໃຫ້​ມານາ​ແກ່​ພວກເຈົ້າ​ກິນ ຄື​ອາຫານ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ. ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຖືກ​ຄວາມທຸກ​ລຳບາກ​ເພື່ອ​ທົດສອບ​ພວກເຈົ້າ ເພື່ອ​ວ່າ​ໃນ​ບັ້ນປາຍ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ດ້ວຍ​ສິ່ງ​ທີ່​ດີ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ອຶດຫິວ ແລ້ວ​ພຣະອົງ​ກໍ​ໃຫ້​ພວກເຈົ້າ​ໄດ້​ກິນ​ມານາ ຄື​ອາຫານ​ທີ່​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ​ມາ​ກ່ອນ. ພຣະອົງ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ສອນ​ພວກເຈົ້າ​ວ່າ ມະນຸດ​ຈະ​ບໍ່ໄດ້​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ແຕ່​ຢ່າງ​ດຽວ ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.


ແລ້ວ​ມານາ​ກໍໄດ້​ເຊົາ​ຕົກ​ແລະ​ຊາວ​ອິດສະຣາເອນ​ບໍ່ໄດ້​ກິນ​ມານາ​ອີກ. ແຕ່​ນັ້ນ​ເປັນ​ຕົ້ນ​ມາ ພວກເຂົາ​ໄດ້​ກິນ​ແຕ່​ອາຫານ​ທີ່​ເກີດ​ໃນ​ດິນແດນ​ການາອານ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka