Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:12 - ພຣະຄຳພີສັກສິ

12 “ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’

Uka jalj uñjjattʼäta Copia luraña




ອົບພະຍົບ 16:12
17 Jak'a apnaqawi uñst'ayäwi  

ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.


ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,


ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, ດ້ວຍ​ເຫດການ​ນີ້ ທ່ານ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເບິ່ງ​ເຖີດ ຂ້ານ້ອຍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ນໍ້າ ແລະ​ນໍ້າ​ກໍ​ຈະ​ກາຍເປັນ​ເລືອດ.


ປະຊາຊົນ​ຈະ​ອາໄສ​ຢູ່​ໃນ​ອານາຈັກ​ຢູດາຍ​ແລະ​ໃນ​ເມືອງ​ທັງໝົດ ແລະ​ທີ່ນັ້ນ​ຈະ​ມີ​ພວກ​ພໍ່ນາ​ພ້ອມ​ທັງ​ພວກ​ລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ.


ທຸກຄົນ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສະຖິດ​ກັບ​ພວກເຂົາ ແລະ​ພວກເຂົາ​ຄື​ຄອບຄົວ​ຊາດ​ອິດສະຣາເອນ​ເປັນ​ປະຊາຊົນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.


ຕັ້ງແຕ່​ນີ້​ເປັນ​ຕົ້ນ​ໄປ ຊາວ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ມີ​ພວກ​ຄົນ​ມັກໂລບ​ບາງຄົນ​ໄດ້​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຢາກ​ກິນ​ຊີ້ນ​ຫລາຍ​ທີ່ສຸດ ແລະ​ແມ່ນແຕ່​ຊາວ​ອິດສະຣາເອນ​ເອງ​ກໍໄດ້​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ເຫລືອເກີນ


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka