9 ສັດຕູເວົ້າວ່າ, ‘ຂ້ອຍຈະຕາມລ່າຈັບກຸມເອົາພວກເຂົາ ຂ້ອຍຈະແບ່ງປັນຊັບສິນຂອງພວກເຂົາໃຫ້ໄດ້; ແລະຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ ຂ້ອຍຈະຊັກດາບແລະຢຶດສິ່ງຂອງທີ່ພວກເຂົາມີນັ້ນ.’
ສ່ວນເບັນຢາມິນ ນັ້ນ ຄືໝາໄນໂຕຫ້ຽມໂຫດ ຕອນເຊົ້າລ່າເນື້ອໄດ້ແລະແບ່ງກັນໃນຕອນແລງ.”
ຂ້ານ້ອຍໄລ່ຕາມ ແລະເອົາຊະນະສັດຕູ ບໍ່ຍອມຢຸດ ຈົນພວກເຂົາຖືກທຳລາຍສິ້ນ.
ດັ່ງນັ້ນ ນາງເຢເຊເບນຈຶ່ງໃຊ້ຄົນອອກໄປບອກເອລີຢາວ່າ, “ມື້ອື່ນເວລາດຽວກັນນີ້ ຖ້າຂ້ອຍບໍ່ໄດ້ຂ້າເຈົ້າ ດັ່ງທີ່ເຈົ້າໄດ້ຂ້າບັນດາຜູ້ທຳນວາຍພະບາອານນັ້ນ ກໍຂໍພະທັງຫລາຍເຮັດໃຫ້ຂ້ອຍຕາຍສາເຖີດ.”
ຈາກນັ້ນ ກະສັດເບັນຮາດາດຈຶ່ງໄດ້ສົ່ງຂ່າວມາເຖິງກະສັດອາຮາບວ່າ, “ເຮົາຈະນຳທະຫານມາໃຫ້ຫລາຍພໍ ເພື່ອຈັບເອົາກ້ອນຫີນຄົນລະກ້ອນ ແລະທຳລາຍເມືອງຂອງທ່ານ. ຖ້າເຮົາບໍ່ເຮັດຕາມທີ່ໄດ້ເວົ້ານັ້ນ ກໍຂໍພະທັງຫລາຍລົງໂທດເຮົາໃຫ້ເຖິງຕາຍ.”
ເມື່ອກະສັດຟາໂຣແຫ່ງເອຢິບຮູ້ວ່າ ປະຊາຊົນອິດສະຣາເອນໄດ້ໜີໄປແລ້ວ, ກະສັດຟາໂຣ ແລະບັນດາຂ້າຣາຊການກໍປ່ຽນໃຈແລະສອບຖາມວ່າ, “ເປັນຫຍັງພວກເຮົາຈຶ່ງເຮັດຢ່າງນີ້? ພວກເຮົາໄດ້ປ່ອຍໃຫ້ຊາວອິດສະຣາເອນໜີໄປ ແລະພວກເຮົາກໍເສຍທາດຮັບໃຊ້ໄປໝົດ.”
ຖ່ອມໃຈຢູ່ກັບຄົນທຸກໄຮ້ ກໍດີກວ່າເປັນຫຸ້ນສ່ວນໃນສິ່ງຂອງຂອງຄົນອວດດີປຸ້ນມາ.
ພະທັງຫລາຍຂອງປະເທດເຫຼົ່ານີ້ຊ່ວຍປະເທດຂອງພວກເຂົາ ຈາກຈັກກະພັດໄດ້ເມື່ອໃດ? ແລ້ວພວກເຈົ້າຄິດຢ່າງໃດຈຶ່ງວ່າ ພຣະເຈົ້າຢາເວຊ່ວຍນະຄອນເຢຣູຊາເລັມໄດ້.”
ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນມີກຽດສັກສີ ຄືບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ທີ່ມີອຳນາດ. ທ່ານຍິນດີມອບຊີວິດຕົນເອງໃຫ້ຢ່າງເຕັມໃຈ ແລະເຂົ້າສ່ວນໃນຊາຕາກຳຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນຄົນບາບທັງຫລາຍ ແລະພາວັນນາອະທິຖານເພື່ອພວກເຂົາໃຫ້ໄດ້ຮັບການຍົກໂທດ.”
ຈົ່ງໃສ່ຊື່ໃໝ່ໃຫ້ກະສັດແຫ່ງເອຢິບສາວ່າ, ‘ຄົນເວົ້າຂີ້ສະຫາວ ໃຊ້ການຫຍັງບໍ່ໄດ້.’
ລູກທະນູພຣະອົງທະລຸຜູ້ບັນຊາການທັບຂອງພວກເຂົາ ເມື່ອມັນຖືກຍິງມາເໝືອນລົມພະຍຸກ້າ ແລະເຮັດໃຫ້ແຕກກະຈັດກະຈາຍໄປ ດັ່ງນັກກົດຂີ່ກືນກິນຄົນຍາກຈົນຢ່າງປິດລັບ.
ແຕ່ເມື່ອມີຄົນແຂງແຮງກວ່າມາໂຈມຕີ ແລະຊະນະລາວໄປ ຄົນນັ້ນກໍຈະຍາດເອົາອາວຸດທັງໝົດ ທີ່ເຈົ້າຂອງເຮືອນເພິ່ງພານັ້ນໜີໄປ ແລະແບ່ງປັນສິ່ງຂອງທັງໝົດທີ່ເຂົາຍາດເອົາໄປນັ້ນ.
ວ່າ, ‘ພວກເຂົາພວມຮິບໂຮມເອົາເຄື່ອງມາແບ່ງປັນກັນ ມີຜູ້ສາວໜຶ່ງຫລືສອງຄົນຕໍ່ທະຫານຜູ້ໜຶ່ງ ມີເສື້ອຜ້າລາຄາແພງໆອີກເພື່ອໃຫ້ສີເສຣາ ທັງຜ້າຫຍິບແສ່ວງາມໆຄ້ອງຄໍຣາຊີນີດ້ວຍ.”’
ດາວິດຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄລ່ຕິດຕາມພວກນັກປຸ້ນຫລືບໍ່? ຂ້ານ້ອຍຈະຕາມທັນພວກເຂົາຫລືບໍ່?” ພຣະອົງຕອບວ່າ, “ຈົ່ງໄລ່ຕິດຕາມພວກເຂົາໄປ ແລະເຈົ້າຈະຕາມທັນ ພ້ອມທັງຈະຊ່ວຍກອບກູ້ເອົາທຸກສິ່ງນັ້ນກັບຄືນມາ.”