Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:8 - ພຣະຄຳພີສັກສິ

8 ພຣະອົງ​ເປົ່າ​ທະເລ​ດ້ວຍ​ລົມຫາຍໃຈ ແລະ​ນໍ້າ​ຈຶ່ງ​ກາຍເປັນ​ຟອງ​ສູງ​ໃຫຍ່; ຟອງນໍ້າ​ໄດ້​ຢືນ​ແຂງ​ຄ້າງ​ເໝືອນ​ດັ່ງ​ກຳແພງ. ທ້ອງ​ທະເລ​ອັນ​ກວ້າງ ແລະ​ເລິກ​ຢ່າງ​ເຫຼືອ​ຫລາຍ; ກໍ​ເລີຍ​ກາຍ​ຄ້າງ​ແຂງ​ແໜ້ນໜັກ​ໄປ​ຈົນ​ສິ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 15:8
13 Jak'a apnaqawi uñst'ayäwi  

ພື້ນ​ມະຫາສະໝຸດ​ກໍ​ເປີດແປນ ຮາກຖານ​ແຜ່ນດິນ​ກໍ​ບໍ່ມີ​ຫຍັງ​ຫຸ້ມ​ໄວ້ ເມື່ອ​ພຣະເຈົ້າຢາເວ​ນາບຂູ່​ເຫຼົ່າ​ສັດຕູ ແລະ​ຮ້ອງ​ຂູ່​ໃສ່​ພວກເຂົາ​ຢ່າງ​ໂກດຮ້າຍ.


ພຣະອົງ​ໄດ້​ໂຮມ​ທະເລ​ທຸກ​ແຫ່ງ​ໄວ້​ໃນ​ບ່ອນດຽວ ຂັງ​ມະຫາສະໝຸດ​ເລິກ​ໃນ​ບ່ອນ​ຂອງ​ມັນ​ນັ້ນ.


ພຣະອົງ​ໄດ້​ແຍກ​ນໍ້າ​ທະເລ​ແລະ​ໄດ້​ນຳ​ພວກເຂົາ​ຜ່ານ​ໄປ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ແຍກ​ຕັ້ງ​ຂຶ້ນ​ເປັນ​ກຳແພງ.


ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ຍ່າງ​ໄປ​ເທິງ​ພື້ນດິນ​ແຫ້ງ​ຢ່າງ​ປອດໄພ​ຄື: ບ່ອນ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ດັ່ງ​ກຳແພງ.


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ເລົ່າລື ທີ່​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງຕົນເອງ ແລະ​ເຮົາ​ຈະ​ໃຫ້​ລາວ​ຖືກ​ສັງຫານ​ດ້ວຍດາບ​ໃນ​ທີ່ນັ້ນ.”’


ເມື່ອ​ໜ່ວຍ​ພູ​ໄດ້​ເຫັນ​ພຣະອົງ​ກໍ​ສະທ້ານ​ຫວັ່ນໄຫວ ນໍ້າ​ຝົນ​ກໍໄດ້​ທັ່ງເທ​ລົງ​ມາ​ຈາກ​ທ້ອງຟ້າ ນໍ້າ​ທີ່​ຢູ່​ໃຕ້​ພື້ນ​ພິພົບ​ໄດ້​ຊັດຂຶ້ນ​ຢ່າງ​ສະໜັ່ນ​ຫວັ່ນໄຫວ ຟອງ​ກໍ​ຟົ້ງ​ຂຶ້ນ​ສູງ​ຈົນ​ເຕັມ​ຂະໜາດ.


ພຣະອົງ​ໄດ້​ຢຽບຢໍ່າ​ທະເລ​ດ້ວຍ​ຝູງມ້າ​ຂອງ​ພຣະອົງ ແລະ​ນໍ້າ​ໃນ​ທະເລ​ກໍ​ຟົດເດືອດ​ເປັນ​ຟອງ​ອັນໃຫຍ່.


ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.


ເມື່ອ​ພວກ​ປະໂຣຫິດ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ ແຫ່ງ​ແຜ່ນດິນ​ໂລກ ຈຸ່ມຕີນ​ລົງ​ໃນ​ແມ່ນໍ້າ​ຈໍແດນ ແລະ​ແມ່ນໍ້າ​ຈໍແດນ​ທີ່​ໄຫລ​ລົງ​ມາ​ແຕ່​ທາງເໜືອ​ກໍ​ຈະ​ຢຸດ​ໄຫລ​ໂຮມ​ກັນ​ຢູ່​ບ່ອນດຽວ.”


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka