Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:7 - ພຣະຄຳພີສັກສິ

7 ພຣະອົງ​ໂຄ່ນລົ້ມ​ສັດຕູ​ໄດ້​ດ້ວຍ​ໄຊຊະນະ​ອັນ​ສະຫງ່າງາມ; ພຣະອົງ​ເຜົາຜານ​ພວກເຂົາ​ດັ່ງ​ເຟືອງ​ດ້ວຍ​ຄວາມຮ້າຍ​ທີ່​ລຸກ​ໄໝ້.

Uka jalj uñjjattʼäta Copia luraña




ອົບພະຍົບ 15:7
29 Jak'a apnaqawi uñst'ayäwi  

ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ຂໍ​ໃຫ້​ສິ່ງ​ທັງໝົດ​ເຫຼົ່ານີ້ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ກວ່າ​ນາມ​ໃດໆ​ທັງສິ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ສູງສົ່ງ​ເໜືອ​ແຜ່ນດິນ​ໂລກ ແລະ​ທັງ​ຢູ່​ເໜືອ​ຟ້າ​ສະຫວັນ.


ໃນ​ຄວາມ​ໂກດຮ້າຍ​ນັ້ນ ຈົ່ງ​ທຳລາຍ​ພວກເຂົາ​ເສຍ ຈົ່ງ​ທຳລາຍ​ພວກເຂົາ​ທຸກຄົນ​ໃຫ້​ໝົດສິ້ນ​ເສຍເຖີດ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າ​ປົກຄອງ​ອິດສະຣາເອນ ແລະ​ການປົກຄອງ​ຂອງ​ພຣະອົງ​ກໍ​ແຜ່ໄປ​ສຸດປາຍ​ແຜ່ນດິນ​ໂລກ.


ຜູ້​ໃຊ້​ຟ້າ​ສະຫວັນ​ເປັນ​ພາຫະນະ ຄື​ຜູ້​ໃຊ້​ຟ້າ​ສະຫວັນ​ແຕ່​ດຶກດຳບັນ. ຈົ່ງ​ຟັງ​ຜູ້​ທີ່​ເປັ່ງ​ສຽງ​ຮ້ອງ​ດ້ວຍ​ຣິດອຳນາດ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈົ່ງ​ໃຫ້​ພວກເຂົາ​ແຕກ​ຜຸພ່າຍ​ດັ່ງ​ຂີ້ຝຸ່ນ​ດິນ ໃຫ້​ເປັນ​ດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວໄປ​ນັ້ນ.


ສະນັ້ນ ໂມເຊ​ຈຶ່ງ​ເດ່​ມື​ຂອງຕົນ​ອອກ​ສູ່​ທະເລ ແລະ​ແຕ່​ເຊົ້າໆ ນໍ້າ​ກໍໄດ້​ໄຫລ​ກັບຄືນ​ເຂົ້າ​ສູ່​ລະດັບ​ເດີມ. ຊາວ​ເອຢິບ​ພະຍາຍາມ​ແລ່ນ​ໜີ​ເອົາ​ຕົວ​ລອດ ແຕ່​ພຣະເຈົ້າຢາເວ​ໄດ້​ໂຍນ​ພວກເຂົາ​ຈົມ​ລົງ​ໃນ​ທະເລ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ແຍກຍ້າຍ​ກັນ​ໄປ​ຊອກຫາ​ເຟືອງ​ຢູ່​ທົ່ວ​ປະເທດ​ເອຢິບ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ຫງ່ຽງຫູ​ຟັງ​ພວກ​ຂ້ານ້ອຍ ແລະ​ເບິ່ງ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ນັ້ນ​ດ້ວຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ໂຜດ​ຟັງ​ແລະ​ເບິ່ງ​ສິ່ງ​ທັງໝົດ​ທີ່​ເຊັນນາເກຣິບ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະອົງ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ພວກເຂົາ​ຈະ​ເປັນ​ດັ່ງ​ເຟືອງ​ທ່ອນ​ນ້ອຍໆ​ທັງຫລາຍ ແລະ​ໄຟ​ກໍ​ຈະ​ໄໝ້​ໃຫ້​ວອດວາຍ​ໄປ​ໝົດສິ້ນ ພວກເຂົາ​ຈະ​ຊ່ວຍ​ແມ່ນແຕ່​ພວກເຂົາ​ເອງ​ບໍ່ໄດ້​ເລີຍ ໄຟ​ຈະ​ລຸກ​ແຮງ​ສຳລັບ​ພວກເຂົາ ບໍ່ແມ່ນ​ໄຟ​ໃຫ້​ອົບອຸ່ນ.


ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.


ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.


ມີ​ຫລາຍ​ຊົນຊາດ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ພວກເຈົ້າ ເຂົາ​ເວົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ຕ້ອງ​ຖືກ​ທຳລາຍ ພວກເຮົາ​ຈະ​ໄດ້​ເຫັນ​ເມືອງ​ນີ້​ຮົກຮ້າງ​ເພພັງ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”


ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


“ບໍ່ມີ​ພະ​ຕົນ​ໃດ​ດອກ ປະຊາຊົນ​ອິດສະຣາເອນ​ເອີຍ ເປັນ​ເໝືອນ​ດັ່ງ​ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ຂີ່​ລົດມ້າ​ໄປ​ດ້ວຍ​ອານຸພາບ ແລະ​ດ້ວຍ​ສະຫງ່າຣາສີ​ສະເດັດ​ມາ​ເໜືອ​ຟ້າ​ສະຫວັນ ສະເດັດ​ມາ​ເທິງ​ເມກ ເພື່ອ​ມາ​ຊ່ວຍເຫຼືອ​ພວກເຈົ້າ.


ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ; ພຣະອົງ​ແມ່ນ​ພຣະເຈົ້າ​ຜູ້​ຫວງແຫນ.


ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka