ອົບພະຍົບ 15:6 - ພຣະຄຳພີສັກສິ6 ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນຊົງຣິດອຳນາດຍິ່ງ ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນທຳລາຍພວກສັດຕູໃຫ້ໝຸ່ນທະລາຍໄປໄດ້. Uka jalj uñjjattʼäta |
ໂມເຊເລົ່າສູ່ເຢທະໂຣຟັງທຸກສິ່ງທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ກະສັດຟາໂຣແລະຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການ ທີ່ຊາວອິດສະຣາເອນໄດ້ປະເຊີນໃນການເດີນທາງ ແລະເຖິງການທີ່ພຣະເຈົ້າຢາເວໄດ້ໂຜດຊ່ວຍພວກເຂົາໃຫ້ພົ້ນຢ່າງໃດ.
ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ.