Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:5 - ພຣະຄຳພີສັກສິ

5 ທ້ອງ​ທະເລ​ອັນ​ເລິກ​ຈຶ່ງ​ຫຸ້ມຫໍ່​ເອົາ​ພວກເຂົາ; ພວກເຂົາ​ຈົມ​ສູ່​ພື້ນ​ທະເລ​ດັ່ງ​ກ້ອນຫີນ​ຈົມ​ລົງ​ດິ່ງໆ.

Uka jalj uñjjattʼäta Copia luraña




ອົບພະຍົບ 15:5
12 Jak'a apnaqawi uñst'ayäwi  

ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.


ແຕ່​ເຫຼົ່າ​ສັດຕູ​ຂອງ​ພວກເພິ່ນ​ໄດ້​ຈົມ​ນໍ້າ​ຕາຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່.


ນໍ້າ​ໄຫລ​ກັບຄືນ​ມາ​ຖ້ວມ​ລົດຮົບ​ພ້ອມ​ຄົນຂັບ​ຄື: ກອງທັບ​ຊາວ​ເອຢິບ​ທັງໝົດ ຊຶ່ງ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ທະເລ. ບໍ່ມີ​ຜູ້ໃດ​ລອດຊີວິດ​ມາ​ໄດ້​ຈັກ​ຄົນ.


ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.


ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ເສຍຂວັນ​ແລະ​ຢ້ານກົວ​ໃຫຍ່ ເມື່ອ​ພວກເຂົາ​ເຫັນ​ພຣະ​ເດຊານຸພາບ; ພວກເຂົາ​ຢືນ​ຢ່າງ​ສິ້ນ​ທ່າ​ດ້ວຍ​ຄວາມ​ຢ້ານກົວ ຈົນກວ່າ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ໄປ​ໄດ້; ຄື​ປະຊາຊົນ​ທີ່​ພຣະອົງ​ປົດປ່ອຍ​ໃຫ້​ມີ​ອິດສະຫລະ​ເສລີ ຈາກ​ການ​ເປັນ​ທາດຮັບໃຊ້.


ເຮົາ​ໄດ້​ເກີດ​ມາ​ກ່ອນ​ມະຫາສະໝຸດ ເມື່ອ​ຍັງ​ບໍ່ທັນ​ມີ​ບໍ່​ນໍ້າພຸ​ທັງຫລາຍ​ພຸ້ນ.


ບັດນີ້ ເຈົ້າ​ຖືກ​ຕີ​ໃຫ້​ແຕກ​ຈົມ​ຢູ່​ໃນ​ພື້ນ​ທະເລ ຢູ່​ໃນ​ພື້ນ​ທ້ອງ​ຂອງ​ມະຫາສະໝຸດ​ເລິກ. ສິນຄ້າ​ແລະ​ທຸກຄົນ​ທີ່​ໄດ້​ເຮັດ​ວຽກ​ໃຫ້​ເຈົ້າ​ທັງໝົດ ຕ່າງ​ກໍໄດ້​ສູນຫາຍ​ໃນ​ທ້ອງ​ທະເລ​ກັບ​ເຈົ້າ.


“ໃນ​ຄວາມທຸກໃຈ​ຢ່າງນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ ພຣະອົງ​ໄດ້​ໃຫ້​ຄຳຕອບ​ແກ່​ຂ້ານ້ອຍ​ແລ້ວ. ແຕ່​ບ່ອນເລິກ​ຂອງ​ພິພົບ​ຄົນຕາຍ ຂ້ານ້ອຍ​ຮ້ອງຂໍ ໃຫ້​ຊ່ວຍ​ແລະ​ພຣະອົງ​ກໍ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ​ແລ້ວ.


ພຣະອົງ​ຍັງ​ຈະ​ເມດຕາ​ພວກ​ຂ້ານ້ອຍ​ອີກເທື່ອໜຶ່ງ. ພຣະອົງ​ຈະ​ຢຽບຢໍ່າ​ການບາບ​ຕ່າງໆ​ຂອງ​ພວກ​ຂ້ານ້ອຍ​ລົງ​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ໂຍນ​ລົງ​ໄປ​ໃນ​ພື້ນ​ທະເລ​ເລິກ


“ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ແມ່ນ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka