Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:26 - ພຣະຄຳພີສັກສິ

26 ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”

Uka jalj uñjjattʼäta Copia luraña




ອົບພະຍົບ 15:26
42 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ​ທຸກຢ່າງ, ປະຕິບັດ​ຕາມ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຮັດ​ໃຫ້​ເຮົາ​ພໍໃຈ​ໂດຍ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ປະຕິບັດ​ນັ້ນ ເຮົາ​ກໍ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ. ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ຈະ​ໃຫ້​ມີ​ເຊື້ອສາຍ​ປົກຄອງ​ສືບແທນ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ປະຕິບັດ​ຕໍ່​ດາວິດ​ນັ້ນ.


ເອລີຊາ​ໄດ້​ໄປ​ທີ່​ບໍ່ນໍ້າ ຫວ່ານ​ເກືອ​ໃສ່​ນໍ້າ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ນີ້​ດີ​ສະອາດ ແລະ​ນໍ້າ​ນີ້​ຈະ​ບໍ່​ເປັນ​ເຫດ​ໃຫ້​ຄົນ​ຕາຍ ແລະ​ຫລຸລູກ​ອີກ​ຕໍ່ໄປ.”’


“ຈົ່ງ​ກັບຄືນ​ໄປ​ຫາ​ກະສັດ​ເຮເຊກີຢາ ຜູ້ປົກຄອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້ບອກ​ດັ່ງນີ້​ວ່າ, ‘ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ແລະ​ເຫັນ​ນໍ້າຕາ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ຫາຍ​ປ່ວຍ ແລະ​ໃນ​ວັນ​ທີ​ສາມ ເຈົ້າ​ຕ້ອງ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ກະສັດ​ໂຢສີຢາ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ; ເພິ່ນ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ໂດຍ​ເຊື່ອຟັງ​ຢ່າງ​ເຄັ່ງຄັດ​ກົດບັນຍັດ​ທັງໝົດ​ຂອງ​ພຣະເຈົ້າ.


ພຣະອົງ​ພັນ​ບາດແຜ​ໃຫ້ ເພາະ​ຊົງ​ໃຫ້​ເກີດ​ບາດເຈັບ; ມື​ພຣະອົງ​ຂ້ຽນຕີ ແລະ​ມື​ພຣະອົງ​ປິ່ນປົວ​ໃຫ້​ດີ​ໄດ້.


ພຣະອົງ​ຍົກ​ການບາບ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ ແລະ​ປິ່ນປົວ​ພະຍາດ​ທຸກ​ຊະນິດ​ຂອງ​ຂ້ານ້ອຍ.


ພຣະອົງ​ປິ່ນປົວ​ຄົນ​ທີ່​ມີ​ຄວາມ​ບວບຊໍ້າ​ໃນ​ຈິດໃຈ ແລະ​ພັນ​ບາດແຜ​ໃຫ້​ແກ່​ເຂົາເຈົ້າ.


ໃນ​ເຮືອນ​ຂອງ​ພວກເຈົ້າ ຢ່າ​ໃຫ້​ມີ​ພະອື່ນ​ໃດ ຢ່າ​ໄດ້​ຂາບໄຫວ້​ມັນ​ເດັດຂາດ


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ເຮົາ​ເຫັນ​ວ່າ​ພວກເຂົາ​ໄດ້​ປະພຶດ​ຕົນ​ຢ່າງໃດ, ແຕ່​ເຮົາ​ກໍ​ຈະ​ປິ່ນປົວ​ພວກເຂົາ​ໃຫ້​ດີ. ເຮົາ​ຈະ​ນຳພາ​ແລະ​ຊ່ວຍເຫລືອ​ພວກເຂົາ ແລະ​ເຮົາ​ຈະ​ເລົ້າໂລມ​ອອຍໃຈ​ຄົນ​ທີ່​ໂສກເສົ້າ​ເສຍໃຈ.


ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.


ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຕ້ອງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ເຂົ້າ​ໄປ​ໃນ​ປະຕູ​ຕ່າງໆ​ຂອງ​ນະຄອນ​ນີ້​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ຕ້ອງ​ຢຶດຖື​ວັນ​ຊະບາໂຕ ເປັນ​ວັນ​ສັກສິດ ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ໃນວັນນີ້.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ບໍ່ມີ​ຫວ້ານຢາ​ທີ່​ກີເລອາດ ບໍ່ມີ​ໝໍ​ຜູ້ໃດ​ປິ່ນປົວ​ໄດ້​ບໍ? ຖ້າດັ່ງນັ້ນ ເປັນຫຍັງ​ບາດແຜ​ຂອງ​ປະຊາຊົນ​ຈຶ່ງ​ປິ່ນປົວ​ບໍ່ໄດ້?


ຖ້າ​ວ່າ​ມີ​ຄົນ​ດີ​ທີ່​ສັດຊື່ ແລະ​ຊອບທຳ​ແທ້ໆ​ຈັກ​ຄົນ​ໜຶ່ງ.


ແຕ່​ແມ່ນ​ເຮົາ​ນີ້​ແຫຼະ ທີ່​ເປັນ​ຜູ້​ໄດ້​ສັ່ງສອນ ໃຫ້​ຊາດ​ອິດສະຣາເອນ​ຍ່າງ​ໄປມາ​ໄດ້. ເຮົາ​ໄດ້​ອູ້ມ​ປະຊາຊົນ​ຂອງເຮົາ​ໄວ້​ໃນ​ອ້ອມ​ແຂນ ແຕ່​ພວກເຂົາ​ບໍ່​ຮັບຮູ້​ເຮົາ​ວ່າ​ເປັນ​ຜູ້ດູແລ​ພວກ​ເຂົາເຈົ້າ.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດ​ແລະ​ຫັກ​ແອກ ທີ່​ເຮັດ​ໃຫ້ກຽດ​ແລະ​ສັກສີ​ຂອງ​ພວກເຈົ້າ​ຕົກຕໍ່າ ແລະ​ທັງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ ໃຫ້​ຍ່າງ​ໄປມາ​ຢ່າງ​ສະຫງ່າ​ຜ່າເຜີຍ.”


ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ


ສະນັ້ນ ໂມເຊ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ ຂໍ​ຊົງໂຜດ​ຮັກສາ​ນາງ​ໃຫ້​ຫາຍດີ​ດ້ວຍເຖີດ.”


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ນີ້ ພຣະເຈົ້າຢາເວ​ກໍ​ຈະ​ພໍໃຈ ແລະ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ພວກເຈົ້າ.


ຈົ່ງ​ລະວັງ​ໃຫ້​ດີ ແລະ​ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ; ແລ້ວ​ພວກເຈົ້າ​ພ້ອມ​ທັງ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນສຸກ​ຕະຫລອດໄປ ເພາະ​ພວກເຈົ້າ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສິ່ງ​ທີ່​ພໍໃຈ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ດ້ວຍ​ການ​ປະຕິບັດ​ຕາມ​ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ເຮັດ​ຕາມ​ຢ່າງ​ຖືກຕ້ອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຢ່າງ​ສັດຊື່​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນີ້ ແລະ​ຖ້າ​ພວກເຈົ້າ​ບໍ່​ຍົກຍໍ​ໃຫ້ກຽດ​ນາມ​ອັນ​ເລີດ​ປະເສີດ​ແລະ​ອັນ​ໜ້າຢ້ານກົວ ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ


ພຣະອົງ​ຈະ​ນຳ​ໂຣກ​ອັນ​ຮ້າຍແຮງ​ທີ່ສຸດ​ຊຶ່ງ​ພວກເຈົ້າ​ໄດ້​ພົບພໍ້​ແລ້ວ​ທີ່​ເອຢິບ ມາ​ສູ່​ພວກເຈົ້າ​ອີກ​ຄັ້ງໜຶ່ງ ແລະ​ພວກເຈົ້າ​ຈະ​ປິ່ນປົວ​ຮັກສາ​ບໍ່​ດີ​ຈັກເທື່ອ.


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ໝັ່ນ​ຮຽນ​ເອົາ​ແລະ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ.


ພຣະເຈົ້າຢາເວ​ຈະ​ຄຸ້ມຄອງ​ຮັກສາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ ແລະ​ພຣະອົງ​ຈະ​ບໍ່​ນຳ​ພະຍາດ​ອັນ​ຮ້າຍແຮງ​ໃດໆ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຫັນ​ໃນ​ປະເທດ​ເອຢິບ ແຕ່​ພຣະອົງ​ຈະ​ນຳ​ພະຍາດ​ເຫຼົ່ານີ້​ໄປ​ຖືກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka