Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:25 - ພຣະຄຳພີສັກສິ

25 ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 15:25
26 Jak'a apnaqawi uñst'ayäwi  

ເອລີຊາ​ໄດ້​ໄປ​ທີ່​ບໍ່ນໍ້າ ຫວ່ານ​ເກືອ​ໃສ່​ນໍ້າ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ນີ້​ດີ​ສະອາດ ແລະ​ນໍ້າ​ນີ້​ຈະ​ບໍ່​ເປັນ​ເຫດ​ໃຫ້​ຄົນ​ຕາຍ ແລະ​ຫລຸລູກ​ອີກ​ຕໍ່ໄປ.”’


ເອລີຊາ​ຈຶ່ງ​ບອກ​ວ່າ, “ຈົ່ງ​ເອົາ​ແປ້ງ​ໜ້ອຍໜຶ່ງ​ມາ.” ເພິ່ນ​ຈຶ່ງ​ໂຮຍ​ແປ້ງ​ນັ້ນ​ລົງ​ໃສ່​ໝໍ້ ແລະ​ເວົ້າ​ວ່າ, “ຈົ່ງ​ຕັກ​ແກງ​ໃຫ້​ພວກເຂົາ​ຕື່ມ​ອີກ.” ແລ້ວ​ອາຫານ​ນັ້ນ​ກໍ​ບໍ່​ເປັນ​ພິດ​ອີກ​ຕໍ່ໄປ.


ຄົນ​ຂອງ​ພຣະເຈົ້າ​ຖາມ​ວ່າ, “ມັນ​ຕົກ​ຢູ່​ບ່ອນ​ໃດ?” ຊາຍ​ຄົນ​ນັ້ນ​ໄດ້​ຊີ້​ໃຫ້​ເພິ່ນ​ເບິ່ງ​ບ່ອນ​ຫົວຂວານ​ຕົກ, ແລ້ວ​ເພິ່ນ​ກໍ​ຕັດ​ເອົາ​ໄມ້​ທ່ອນ​ໜຶ່ງ​ຖິ້ມ​ລົງ​ໄປ​ໃນ​ນໍ້າ ແລະ​ເຮັດ​ໃຫ້​ຫົວຂວານ​ນັ້ນ​ຟູ​ຂຶ້ນ​ມາ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ຂ້າແດ່​ພຣະເຈົ້າ ພຣະອົງ​ທົດລອງ​ເບິ່ງ​ພວກ​ຂ້ານ້ອຍ ເໝືອນ​ດັ່ງ​ເງິນ​ຖືກ​ຊຳລະ​ດ້ວຍ​ໄຟ​ສັນໃດ ພຣະອົງ​ກໍ​ຊົງ​ຊຳລະ​ພວກ​ຂ້ານ້ອຍ​ສັນນັ້ນ.


ເມື່ອ​ມີ​ຄວາມ​ເດືອດຮ້ອນ​ພວກເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເຮົາ​ກໍໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ໄດ້​ພົ້ນ. ຈາກ​ທີ່​ລັບລີ້​ມີ​ລົມພະຍຸ ເຮົາ​ໄດ້​ຕອບ​ພວກເຈົ້າ ທີ່​ແມ່ນໍ້າ​ເມຣີບາ ເຮົາ​ໄດ້​ທົດລອງ​ພວກເຈົ້າ.


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ບັນດານ​ໃຫ້​ເຂົ້າຈີ່​ຕົກລົງ​ມາ​ຈາກ​ສະຫວັນ ດັ່ງ​ຫ່າຝົນ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ກິນ. ຈົ່ງ​ບອກ​ປະຊາຊົນ​ໄປ​ເກັບ​ເອົາ​ແຕ່ລະ​ວັນ ໃຫ້​ພໍດີ​ກິນ​ສຳລັບ​ວັນ​ໜຶ່ງ. ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ທົດສອບ​ເບິ່ງ​ໄດ້​ວ່າ ພວກເຂົາ​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ​ຫລື​ບໍ່.


ແລ້ວ​ໂມເຊ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ແນວ​ໃດ​ດີ​ກັບ​ປະຊາຊົນ​ເຫຼົ່ານີ້? ພວກເຂົາ​ເກືອບ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຂ້ານ້ອຍ.”


ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້​ມາ​ພຽງ​ເພື່ອ​ທົດສອບ​ເບິ່ງ​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ສືບຕໍ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເຮັດ​ບາບ.”


ເງິນຄຳ​ຖືກ​ທົດລອງ​ດ້ວຍ​ໄຟ​ສັນໃດ ໃຈ​ມະນຸດ​ກໍ​ຖືກ​ພຣະເຈົ້າຢາເວ​ລອງເບິ່ງ​ສັນນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


ແລະ​ເມື່ອ​ຂ້າພະເຈົ້າ​ໄປຮອດ​ບ່ອນ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ທີ່​ແຄມ​ຫ້ວຍນໍ້າ​ແຕ່ລະ​ຟາກ​ນັ້ນ ມີ​ຕົ້ນໄມ້​ຢ່າງ​ຫລວງຫລາຍ.


ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນໍ້າ​ນີ້​ໄຫລ​ຜ່ານ​ດິນແດນ​ໄປ​ທາງທິດ​ຕາເວັນອອກ ແລະ​ໄຫລ​ລົງ​ໄປ​ສູ່​ຮ່ອມພູ​ຈໍແດນ​ແລະ​ໄປ​ສູ່​ທະເລຕາຍ. ເມື່ອ​ໄຫລ​ລົງ​ໄປ​ໃນ​ທະເລຕາຍ ນໍ້າ​ນີ້​ກໍ​ເຮັດ​ໃຫ້​ນໍ້າເຄັມ​ໃນ​ທະເລ​ກາຍເປັນ​ນໍ້າຈືດ.


ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.


ຢ່າ​ຟັງຄວາມ​ຜູ້ທຳນວາຍ​ຫລື​ຜູ້​ແກ້​ຄວາມຝັນ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ໃຊ້​ພວກເຂົາ​ມາ​ທົດລອງ​ເບິ່ງ​ພວກເຈົ້າ ເພື່ອ​ຢາກ​ຮູ້​ວ່າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ​ຫລື​ບໍ່.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພຣະອົງ​ໄດ້​ໃຫ້​ມານາ​ແກ່​ພວກເຈົ້າ​ກິນ ຄື​ອາຫານ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ. ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຖືກ​ຄວາມທຸກ​ລຳບາກ​ເພື່ອ​ທົດສອບ​ພວກເຈົ້າ ເພື່ອ​ວ່າ​ໃນ​ບັ້ນປາຍ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ດ້ວຍ​ສິ່ງ​ທີ່​ດີ.


ຈົ່ງ​ຈົດຈຳ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃນ​ການ​ເດີນທາງ​ອັນ​ຍາວນານ​ນີ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ 40 ປີ ຢ່າງ​ໃດ. ພຣະອົງ​ກໍໄດ້​ທົດສອບ​ພວກເຈົ້າ​ໃນ​ຄວາມທຸກ​ລຳບາກ​ເໝືອນກັນ ເພື່ອ​ຢາກ​ຈະ​ຢັ່ງຮູ້​ຈິດໃຈ​ຂອງ​ພວກເຈົ້າ​ວ່າ​ເປັນ​ຢ່າງ​ໃດ ແລະ​ພວກເຈົ້າ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຫລື​ບໍ່?


ເຮົາ​ຈະ​ໃຊ້​ພວກເຂົາ​ເພື່ອ​ຄົ້ນ​ຫາ​ວ່າ ຊາວ​ອິດສະຣາເອນ​ຈະ​ຕິດຕາມ​ວິທີ​ທາງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ປະຕິບັດ​ມາ​ນັ້ນ​ຫລື​ບໍ່.”


ເພາະເຫດນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ປ່ອຍ​ບາງ​ຊົນຊາດ​ໃຫ້​ເຫຼືອ​ຢູ່​ໃນ​ດິນແດນ​ເພື່ອ​ທົດສອບ​ຊາວ​ອິດສະຣາເອນ ຜູ້​ທີ່​ຍັງ​ບໍ່ເຄີຍ​ຜ່ານ​ການ​ສູ້ຮົບ​ໃນ​ດິນແດນ​ການາອານ.


ປະຊາຊົນ​ເຫຼົ່ານີ້​ເປັນ​ພວກ​ທີ່​ເຫຼືອ​ຢູ່​ເພື່ອ​ທົດສອບ​ເບິ່ງ​ຊາດ​ອິດສະຣາເອນ​ວ່າ ພວກເຂົາ​ຈະ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ​ນັ້ນ​ຫລື​ບໍ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka