Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:22 - ພຣະຄຳພີສັກສິ

22 ແລ້ວ​ໂມເຊ​ກໍໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ຈາກ​ທະເລແດງ ມຸ້ງໜ້າ​ເຂົ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ຊູເຣ. ພວກເຂົາ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຖິງ​ສາມ​ມື້ ແຕ່​ບໍ່​ພົບ​ນໍ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 15:22
12 Jak'a apnaqawi uñst'ayäwi  

ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ພົບ​ຮາກາ​ໃກ້​ບໍ່​ນໍ້າ​ແຫ່ງ​ໜຶ່ງ ຢູ່​ໃນ​ທະເລຊາຍ​ທາງ​ໄປ​ເມືອງ​ຊູເຣ


ອັບຣາຮາມ​ໄດ້​ຍ້າຍ​ຈາກ​ເມືອງ​ມຳເຣ ໄປ​ທີ່​ເຂດ​ພາກໃຕ້​ຂອງ​ການາອານ ແລະ​ເພິ່ນ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ລະຫວ່າງ​ເມືອງ​ກາເດັດ​ແລະ​ເມືອງ​ຊູເຣ. ຕໍ່ມາ ເມື່ອ​ອັບຣາຮາມ​ພັກ​ຢູ່​ທີ່​ເມືອງ​ເກຣາກ​ນັ້ນ


ເຊື້ອສາຍ​ຂອງ​ອິດຊະມາເອນ​ອາໄສ​ຢູ່​ໃນ​ດິນແດນ ລະຫວ່າງ​ເມືອງ​ຮາວີລາ​ແລະ​ຊູເຣ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ເອຢິບ ຕາມ​ທາງ​ໄປ​ສູ່​ປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຕ່າງຫາກ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ.


ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ແລ້ວ​ພຣະອົງ​ກໍ​ນຳພາ​ປະຊາຊົນ​ຂອງ​ພຣະອົງ ດັ່ງ​ຄົນລ້ຽງແກະ​ນຳ​ຝູງແກະ​ອອກ​ໄປ​ນັ້ນ ໂດຍ​ໄດ້​ນຳໜ້າ​ພວກເຂົາ​ອອກ​ໄປ ຜ່ານ​ທະເລ​ຊາຍ​ທີ່​ແຫ້ງແລ້ງ.


ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ຢ່າງ​ປອດໄພ ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ, ແຕ່​ນໍ້າ​ທະເລ​ໄດ້​ໄຫລ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.


ຊຸມຊົນ​ອິດສະຣາເອນ​ທັງໝົດ ໄດ້​ອອກ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ໂດຍ​ເຄື່ອນຍ້າຍ​ໄປ​ເປັນ​ໄລຍະ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເຣຟີດີມ ແຕ່​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ບໍ່ມີ​ນໍ້າ​ດື່ມ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ພວກເຂົາ​ໄດ້​ເດີນທາງ​ຈາກ​ປີ-ຮາຮີໂຣດ ແລະ​ໄດ້​ຜ່ານ​ທະເລແດງ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊູເຣ; ຫລັງຈາກ​ເດີນທາງ​ໄດ້​ສາມ​ວັນ​ແລ້ວ ພວກເຂົາ​ໄດ້​ມາ​ຕັ້ງ​ຄ້າຍພັກ​ທີ່​ມາຣາ.


ກະສັດ​ໂຊນ​ໄດ້​ເອົາ​ຊະນະ​ຊາວ​ອາມາເຫຼັກ​ໂດຍ​ສູ້ຮົບ​ກັນ​ຕະຫລອດ​ທາງ ແຕ່​ເມືອງ​ຮາວີລາ​ຈົນເຖິງ​ເມືອງ​ຊູເຣ​ທີ່​ທາງທິດ​ຕາເວັນອອກ​ຂອງ​ເອຢິບ;


ໃນ​ສະໄໝ​ນັ້ນ ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍໄດ້​ໂຈມຕີ​ຊາວ​ເກຊູ, ຊາວ​ກີຣິຊີ ແລະ​ຊາວ​ອາມາເຫຼັກ ຊຶ່ງ​ເປັນ​ພວກ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ດົນນານ​ມາ​ແລ້ວ. ເພິ່ນ​ໄດ້​ຫລອນ​ໂຈມຕີ​ດິນແດນ​ຂອງ​ພວກເຂົາ ໄປ​ຈົນເຖິງ​ເມືອງ​ຊູເຣ​ແລະ​ລົງ​ໄປ​ເຖິງ​ດິນແດນ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka