ອົບພະຍົບ 15:21 - ພຣະຄຳພີສັກສິ21 ນາງຮ້ອງເພງຊໍ້າໄປຊໍ້າມາວ່າ, “ຈົ່ງຍ້ອງຍໍສັນລະສັນພຣະເຈົ້າຢາເວດ້ວຍການຮ້ອງລຳທຳເພງ ເພາະໄຊຊະນະຂອງພຣະອົງ ຊ່າລືໄປທົ່ວໂລກ. ພຣະອົງໄດ້ໂຍນຝູງມ້າ ແລະທະຫານທັງຫລາຍ ໃຫ້ມໍຣະນາໃນທ້ອງທະເລອັນກວ້າງໃຫຍ່.” Uka jalj uñjjattʼäta |
ພວກເປົ່າແກແລະພວກນັກຮ້ອງໄດ້ບັນເລງດ້ວຍຄວາມສອດຄ່ອງກັນ ເປັນສຽງດຽວກັນເພື່ອຖວາຍຄຳຍ້ອງຍໍສັນລະເສີນແລະໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ. ໂດຍປະສົມປະສານໄປກັບສຽງແກ, ສຽງແສ່ງ ແລະສຽງເຄື່ອງດົນຕຼີອື່ນໆ; ພວກເຂົາໄດ້ເປ່ງສຽງຮ້ອງສັນລະເສີນພຣະເຈົ້າຢາເວວ່າ, “ສັນລະເສີນພຣະເຈົ້າຢາເວ ເພາະພຣະອົງຊົງຄຸນງາມຄວາມດີ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ຕະຫລອດໄປເປັນນິດ.” ໃນຂະນະທີ່ພວກປະໂຣຫິດກຳລັງອອກຈາກວິຫານຂອງພຣະເຈົ້າຢາເວໄປ ທັນໃດນັ້ນ ກໍມີເມກຫຸ້ມເຕັມຢູ່ວິຫານຂອງພຣະເຈົ້າ ໂດຍມີສະຫງ່າຣາສີຂອງພຣະເຈົ້າຢາເວສາດແສງແຈ້ງທົ່ວໄປ ແລະພວກເຂົາກໍດຳເນີນພິທີນະມັດສະການຕໍ່ໄປບໍ່ໄດ້.