ອົບພະຍົບ 15:11 - ພຣະຄຳພີສັກສິ11 ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງ ຜູ້ຍິ່ງໃຫຍ່ແລະບໍຣິສຸດດ້ວຍ. ພະໃດເຮັດການອັດສະຈັນຕ່າງໆໄດ້ແດ່? ແລະເຮັດການອັນໃຫຍ່ຍິ່ງໄດ້ດັ່ງພຣະອົງ? Uka jalj uñjjattʼäta |
ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໃນສະຫວັນເບື້ອງເທິງ ແລະໃນແຜ່ນດິນໂລກເບື້ອງລຸ່ມ ບໍ່ມີພະໃດເໝືອນພຣະອົງ ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ແລະສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ ເມື່ອພວກເຂົາດຳເນີນຊີວິດຢ່າງເຊື່ອຟັງພຣະອົງດ້ວຍໝົດຈິດໝົດໃຈ.
ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ທົ່ວທັງສະຫວັນກັບແຜ່ນດິນໂລກ ບໍ່ມີພະອື່ນໃດເໝືອນພຣະອົງ. ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນ ແລະສຳແດງຄວາມຮັກຂອງພຣະອົງໃຫ້ພວກເຂົາເຫັນ ເວລາພວກເຂົາດຳເນີນຊີວິດທີ່ເຊື່ອຟັງພຣະອົງດ້ວຍສຸດໃຈ.
“ສິງອອກຈາກປ່າຕຶບມາສູ່ແຄມແມ່ນໍ້າຈໍແດນທີ່ມີຫຍ້າຂຽວສັນໃດ; ເຮົາກໍຈະມາເຮັດໃຫ້ຊາວເອໂດມ ແລ່ນໜີຈາກດິນແດນຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວຜູ້ນຳທີ່ເຮົາເລືອກເອົາກໍຈະປົກຄອງດິນແດນ. ຜູ້ໃດແດ່ທຽບເທົ່າກັບເຮົາໄດ້? ຜູ້ໃດແດ່ກ້າທ້າທາຍເຮົາໄດ້? ນັກປົກຄອງຜູ້ໃດແດ່ຕ້ານທານເຮົາໄດ້?
ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”