10 ເມື່ອພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ ຊາວເອຢິບກໍຈົມລົງສູ່ທ້ອງທະເລທັງດີ້ນ. ພວກເຂົາຈົມລົງດິ່ງໆເໝືອນດັ່ງກ້ອນຂີ້ກົ່ວ ຕົນຕົວຈົມລົງສູ່ພື້ນທະເລກວ້າງຄຶກຄະນອງ.
ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ.
ການສູ້ຮົບໄດ້ລຸກລາມໄປທົ່ວທັງປະເທດ ແລະມີທະຫານຖືກຂ້າໃນກາງປ່າ ຫລາຍກວ່າຖືກຂ້າຢູ່ໃນສະໜາມຮົບ.
ເພື່ອຜ່ານທະເລ ພຣະອົງໄດ້ໃຫ້ທາງແກ່ພວກເພິ່ນ ແລະນຳພາຍ່າງຜ່ານເທິງພື້ນດິນແຫ້ງ. ພວກທີ່ໄລ່ຕາມມານັ້ນກໍພາກັນຈົມລົງໄປ ດັ່ງກ້ອນຫີນຈົມລົງໃນທະເລປ່ວງບ້າ.
ພຣະອົງນຳເອົາເມກໝອກອັນມືດຄື້ມມາ ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ.
ເມື່ອພຣະອົງສັ່ງນໍ້າກ້ອນກໍເປື່ອຍລະລາຍໄປ ເມື່ອພຣະອົງສົ່ງລົມມາ ນໍ້າກໍໄຫລຖ້ວມ.
ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ
ທ້ອງທະເລອັນເລິກຈຶ່ງຫຸ້ມຫໍ່ເອົາພວກເຂົາ; ພວກເຂົາຈົມສູ່ພື້ນທະເລດັ່ງກ້ອນຫີນຈົມລົງດິ່ງໆ.
ຜູ້ໃດທີ່ມີຄວາມຮອບຮູ້ ກ່ຽວກັບສະຫວັນແດ່ເດ? ຜູ້ໃດແດ່ທີ່ເຄີຍໃຊ້ມືຂອງຕົນຈັບລົມ? ຫລືເອົາຜ້າມາຫໍ່ນໍ້າເໝືອນດັ່ງຫໍ່ສິ່ງຂອງໄດ້? ຫລືໝາຍເຂດແດນທີ່ເທິງແຜ່ນດິນໂລກເຮົາ? ເພິ່ນຄືໃຜ? ເຈົ້າຮູ້ບໍ່ໃຜເປັນລູກຂອງເພິ່ນ?
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ.
ຈົ່ງໃສ່ຊື່ໃໝ່ໃຫ້ກະສັດແຫ່ງເອຢິບສາວ່າ, ‘ຄົນເວົ້າຂີ້ສະຫາວ ໃຊ້ການຫຍັງບໍ່ໄດ້.’
ພຣະອົງໄດ້ສ້າງໜ່ວຍພູທັງຫລາຍ ແລະໄດ້ບັນດານໃຫ້ລົມພັດມາດ້ວຍ. ພຣະອົງໄດ້ໃຫ້ມະນຸດຮູ້ຄວາມຄິດຂອງພຣະອົງ ພຣະອົງປ່ຽນແປງກາງເວັນໃຫ້ເປັນກາງຄືນໄດ້. ພຣະອົງດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ ພຣະນາມຂອງພຣະອົງຄື ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
ຄົນເຫຼົ່ານັ້ນຕ່າງກໍງຶດປະຫລາດໃຈ ແລະເວົ້າວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມແລະຟອງນໍ້າທະເລກໍຍອມຟັງຄວາມເພິ່ນ!”
ພວກເຈົ້າໄດ້ເຫັນພຣະອົງກວາດລ້າງກອງທັບປະເທດເອຢິບໃຫ້ດັບສູນໄປ ພ້ອມທັງມ້າແລະລົດຮົບຂອງພວກເຂົາ ໂດຍໂຍນພວກເຂົາຖິ້ມລົງໃນທະເລແດງ ໃນຂະນະທີ່ພວກເຂົາກຳລັງຕິດຕາມມານັ້ນ ແລະພຣະເຈົ້າຢາເວໄດ້ທຳລາຍພວກເຂົາຈົນເຖິງທຸກວັນນີ້.