Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 15:1 - ພຣະຄຳພີສັກສິ

1 ແລ້ວ​ໂມເຊ​ກັບ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງເພງ​ນີ້ ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ໄຊຊະນະ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງ​ມ້າ​ພ້ອມ​ທະຫານ​ທັງຫລາຍ​ຂອງ​ເອຢິບ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ໃຫຍ່ກວ້າງ.

Uka jalj uñjjattʼäta Copia luraña




ອົບພະຍົບ 15:1
27 Jak'a apnaqawi uñst'ayäwi  

ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.


ພຣະອົງ​ເປັນ​ທີ່​ຍົກຍໍ​ເລື້ອຍໆ​ໃນ​ສິ່ງ​ທີ່​ຊົງ​ກະທຳ ເຈົ້າ​ກໍ​ເຊັ່ນກັນ​ຕ້ອງ​ຍົກຍ້ອງ​ສັນລະເສີນ​ພຣະເຈົ້າ.


ດັ່ງນັ້ນ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ ຢ່າງ​ຊົມຊື່ນ​ຍິນດີ ຄື​ຄົນ​ທັງຫຼາຍ​ທີ່​ພຣະອົງ​ໄດ້​ເລືອກໄວ້​ນັ້ນ​ດ້ວຍ​ການຮ້ອງເພງ.


ແລ້ວ​ປະຊາຊົນ​ກໍໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ພຣະອົງ ຕ່າງ​ກໍ​ຮ້ອງເພງ​ສັນລະເສີນ​ຖວາຍ​ແດ່​ພຣະອົງ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.


ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ເມື່ອ​ພຣະອົງ​ຂູ່ຂວັນ ມ້າ​ແລະ​ຄົນ​ຂີ່​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ​ຕາມໆກັນ.


ແຕ່​ພຣະອົງ​ເປັນ​ທີ່​ຢ້ານກົວ​ຢຳເກງ​ຂອງ​ທຸກຄົນ. ເມື່ອ​ພຣະອົງ​ໂກດຮ້າຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ເດ່​ມື​ຂອງ​ເຈົ້າ​ອອກ​ສູ່​ທະເລ ແລະ​ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ຊາວ​ເອຢິບ ພ້ອມ​ທັງ​ລົດຮົບ​ແລະ​ຄົນຂັບ​ຂອງ​ພວກເຂົາ.”


ສະນັ້ນ ໂມເຊ​ຈຶ່ງ​ເດ່​ມື​ຂອງຕົນ​ອອກ​ສູ່​ທະເລ ແລະ​ແຕ່​ເຊົ້າໆ ນໍ້າ​ກໍໄດ້​ໄຫລ​ກັບຄືນ​ເຂົ້າ​ສູ່​ລະດັບ​ເດີມ. ຊາວ​ເອຢິບ​ພະຍາຍາມ​ແລ່ນ​ໜີ​ເອົາ​ຕົວ​ລອດ ແຕ່​ພຣະເຈົ້າຢາເວ​ໄດ້​ໂຍນ​ພວກເຂົາ​ຈົມ​ລົງ​ໃນ​ທະເລ.


ນາງ​ຮ້ອງເພງ​ຊໍ້າໄປ​ຊໍ້າມາ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະສັນ​ພຣະເຈົ້າຢາເວ​ດ້ວຍ​ການ​ຮ້ອງລຳ​ທຳເພງ ເພາະ​ໄຊຊະນະ​ຂອງ​ພຣະອົງ ຊ່າລື​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງມ້າ ແລະ​ທະຫານ​ທັງຫລາຍ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່.”


ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”


ຄົນ​ຊົ່ວຮ້າຍ​ຖືກ​ແຮ້ວ​ໃນ​ບາບກຳ​ຂອງຕົນ ໃນ​ຂະນະທີ່​ຄົນ​ສັດຊື່ ມີ​ຄວາມສຸກ​ແລະ​ມີ​ອິດສະລະພາບ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


ເພື່ອ​ຕີ​ຝູງມ້າ​ແລະ​ຄົນ​ຂີ່​ໃຫ້​ແຕກ​ຊະຊາຍ​ໄປ ເພື່ອ​ຕີ​ລົດຮົບ​ພ້ອມ​ຄົນຂັບ​ໃຫ້​ແຕກ​ໜີໄປ​ສິ້ນ


ເຮົາ​ຈະ​ບໍ່​ໃຫ້​ນາງ​ເອີ່ຍ​ເຖິງ​ຊື່​ພະບາອານ​ອີກ​ຈັກເທື່ອ.


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ໃນ​ທີ່ນີ້ ຊາວ​ອິດສະຣາເອນ​ໄດ້​ຮ້ອງເພງ​ວ່າ, “ບໍ່ນໍ້າເອີຍ ຂ້າ​ຂໍ​ເອີ່ຍ​ເຜີຍ​ວາຈີ ເປັນ​ດົນຕຼີ​ບັນເລງ​ເພງ​ຈາກ​ໃຈ; ເຈົ້າ​ຜະລິດ​ນໍ້າ​ລໍ້າຄ່າ​ກວ່າ​ສິ່ງໃດ ນໍ້າ​ສົດໄສ​ໄຫລຫລັ່ງ​ທັ່ງ​ອອກ​ມາ. ໃຕ້​ຕະບອງ​ຄອງ​ອຳນາດ​ແຫ່ງ​ຣາຊາ ນຳ​ປະຊາ​ຂຸດ​ຄົ້ນ​ບໍ່ນໍ້າ​ໄສ; ໃຕ້​ໄມ້ຄ້ອນເທົ້າ​ເຫຼົ່າ​ຫົວໜ້າ​ນຳພາ ພ້ອມ​ປະຊາ​ຕັ້ງໜ້າ​ເຮັດ​ຕາມ.” ພວກເຂົາ​ໄດ້​ຍ້າຍ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ເຖິງ​ມັດຕານາ


ໂດຍ​ໄມ້ກາງແຂນ​ນັ້ນ ພຣະອົງ​ໄດ້​ຊົງ​ປົດ​ວິນຍານ​ຄອບຄອງ ແລະ​ອຳນາດ​ວິນຍານ​ຊົ່ວ​ທັງຫລາຍ​ເສຍ ແລະ​ໄດ້​ຊົງ​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ໂດຍ​ນຳ​ພວກເຂົາ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະອົງ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka