ອົບພະຍົບ 14:8 - ພຣະຄຳພີສັກສິ8 ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະໄລ່ຕິດຕາມຊາວອິດສະຣາເອນ ຊຶ່ງພວມເດີນທາງໄປຢ່າງມີໄຊ. Uka jalj uñjjattʼäta |
ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.
ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກ ທີ່ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.”