Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 14:7 - ພຣະຄຳພີສັກສິ

7 ເພິ່ນ​ໄດ້​ເອົາ​ລົດຮົບ​ທັງໝົດ​ອອກ​ມາ​ໃຊ້ ຊຶ່ງ​ລວມ​ທັງ​ລົດຮົບ​ດີທີ່ສຸດ ຫົກຮ້ອຍ​ຄັນ​ໂດຍ​ມີ​ນາຍ​ທະຫານ​ບັນຊາການ.

Uka jalj uñjjattʼäta Copia luraña




ອົບພະຍົບ 14:7
11 Jak'a apnaqawi uñst'ayäwi  

ນອກຈາກນີ້ ຍັງ​ມີ​ລົດມ້າ​ກັບ​ທະຫານ​ມ້າ​ຕິດຕາມ​ເພິ່ນ​ໄປ​ເປັນ​ຂະບວນ​ແຫ່​ຢ່າງ​ຍືດຍາວ.


ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.


ຊາວ​ເອຢິບ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ​ຢ່າງ​ບໍ່​ລົດລະ ໂດຍ​ມີ​ທັງ​ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ມຸ້ງໜ້າ​ເຂົ້າ​ໄປ​ໃນ​ທະເລ.


ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ຈັດ​ລົດຮົບ​ແລະ​ທະຫານ​ຕຽມພ້ອມ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


ພຣະອົງ​ໂຍນ​ກອງທັບ​ເອຢິບ​ລົງ​ໃນ​ທ້ອງ​ທະເລ; ພວກ​ນາຍ​ທະຫານ​ທີ່​ເກັ່ງກ້າ ຈຶ່ງ​ຈົມ​ລົງ​ໃນ​ນໍ້າ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ເມື່ອ​ບາຣັກ​ໃຊ້​ກອງທັບ​ຂອງຕົນ​ໂຈມຕີ​ຢູ່​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ສີເສຣາ​ສັບສົນ​ວຸ້ນວາຍ ພ້ອມ​ດ້ວຍ​ລົດຮົບ​ແລະ​ທະຫານ​ຂອງ​ລາວ. ສີເສຣາ​ຈຶ່ງ​ໂດດ​ອອກ​ຈາກ​ລົດຮົບ​ຂອງຕົນ​ແລະ​ແລ່ນ​ໜີໄປ.


ເຈົ້າ​ຢາບິນ​ມີ​ລົດຮົບ​ເຫຼັກ​ເກົ້າຮ້ອຍ​ຄັນ ແລະ​ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ອິດສະຣາເອນ ໂດຍ​ການ​ບີບບັງຄັບ​ຢ່າງໜັກ​ເປັນ​ເວລາ​ຊາວ​ປີ. ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka