Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 14:4 - ພຣະຄຳພີສັກສິ

4 ເຮົາ​ຈະ​ເຮັດ​ໃຫ້​ລາວ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ອີກ ແລະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ໄຊຊະນະ​ຂອງເຮົາ​ທີ່​ມີ​ຕໍ່​ລາວ ແລະ​ກອງທັບ​ຂອງ​ລາວ ຈະ​ນຳ​ກຽດ​ສັກສີ​ແລະ​ຊື່ສຽງ​ມາ​ໃຫ້​ເຮົາ. ແລ້ວ​ຊາວ​ເອຢິບ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.” ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ນັ້ນ​ທຸກປະການ.

Uka jalj uñjjattʼäta Copia luraña




ອົບພະຍົບ 14:4
36 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ການ​ອັດສະຈັນ​ໃຫຍ່​ຕໍ່ສູ້​ກະສັດ ຕໍ່ສູ້​ຂ້າຣາຊການ ແລະ​ປະຊາຊົນ​ດ້ວຍ; ເພາະ​ຮູ້ວ່າ​ປະຊາຊົນ​ພຣະອົງ​ຖືກ​ກົດຂີ່​ຢ່າງໃດ ແລ້ວ​ຊື່ສຽງ​ພຣະອົງ​ກໍ​ຍັງ​ໂດ່ງດັງ​ເຖິງ​ດຽວນີ້.


ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ເລົ່າ​ສູ່​ພວກ​ລູກຫລານ​ຟັງ​ວ່າ ເຮົາ​ໄດ້​ກະທຳ​ໃຫ້​ຊາວ​ເອຢິບ​ໂງ່ງ່າວ​ພຽງ​ໃດ ເມື່ອ​ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ມີ​ໃຈ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຕໍ່ໄປ. ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.


ຊາວ​ເອຢິບ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ​ຢ່າງ​ບໍ່​ລົດລະ ໂດຍ​ມີ​ທັງ​ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ມຸ້ງໜ້າ​ເຂົ້າ​ໄປ​ໃນ​ທະເລ.


ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”


ແລ້ວ​ກະສັດ​ຟາໂຣ​ກໍ​ຈະ​ຄິດ​ວ່າ ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ວົນວຽນ​ໄປມາ​ຢູ່​ໃນ​ຂົງເຂດ​ນີ້ ໂດຍ​ມີ​ຖິ່ນ​ແຫ້ງແລ້ງ​ກັນດານ​ກີດກັ້ນ​ໄວ້.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຮູ້​ວ່າ ປະຊາຊົນ​ອິດສະຣາເອນ​ໄດ້​ໜີໄປ​ແລ້ວ, ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ກໍ​ປ່ຽນໃຈ​ແລະ​ສອບ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໜີໄປ ແລະ​ພວກເຮົາ​ກໍ​ເສຍ​ທາດຮັບໃຊ້​ໄປ​ໝົດ.”


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, ດ້ວຍ​ເຫດການ​ນີ້ ທ່ານ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເບິ່ງ​ເຖີດ ຂ້ານ້ອຍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ນໍ້າ ແລະ​ນໍ້າ​ກໍ​ຈະ​ກາຍເປັນ​ເລືອດ.


ແຕ່​ເຮົາ​ຈະ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈແຂງ ທັງ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ການ​ອິດທີຣິດ ແລະ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນາໆ​ປະການ ທີ່​ປະເທດ​ເອຢິບ​ກໍຕາມ.


ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.”


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ຈົ່ງ​ບອກ​ປະຊາຊົນ​ໃນ​ທີ່ນັ້ນ ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ກ່ຽວກັບ​ພວກເຂົາ​ວ່າ, ‘ເມືອງ​ຊີໂດນ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ; ປະຊາຊົນ​ຈະ​ສັນລະເສີນ​ເຮົາ ຍ້ອນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຈົ້າ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ບໍຣິສຸດ​ສໍ່າໃດ​ໂດຍ​ລົງໂທດ​ຊາວ​ເມືອງ​ຂອງເຈົ້າ.


ເມື່ອ​ເຮົາ​ໄດ້​ກະທຳ​ໃຫ້​ປະເທດ​ເອຢິບ​ເປັນ​ດິນແດນ​ຮົກຮ້າງ​ຫວ່າງເປົ່າ ແລະ​ທຳລາຍ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຈົ້າ​ຈະ​ໂຈມຕີ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ເໝືອນ​ດັ່ງ​ກ້ອນເມກ​ໄຫລ​ຂ້າມ​ດິນແດນ​ໄປ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຊ້​ເຈົ້າ​ໃຫ້​ຮຸກຮານ​ດິນແດນ​ຂອງເຮົາ ເພື່ອ​ສະແດງ​ໃຫ້​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ເປັນ​ຜູ້ໃດ ທັງໝົດ​ນັ້ນ​ແມ່ນ​ເພື່ອ​ສະແດງ​ຄວາມ​ບໍຣິສຸດ​ຂອງເຮົາ ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ເຈົ້າ.


ດັ່ງນັ້ນ ເຮົາ​ຈະ​ສຳແດງ​ໃຫ້​ຊົນຊາດ​ທັງໝົດ​ເຫັນ​ວ່າ ເຮົາ​ຍິ່ງໃຫຍ່ ແລະ​ບໍຣິສຸດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ທຸກຄົນ​ໃນ​ດິນແດນ​ຈະ​ຊ່ວຍກັນ​ຝັງ​ຊາກສົບ ແລະ​ໃນ​ວັນ​ນັ້ນ ພວກເຂົາ​ຈະ​ໄດ້​ຮັບ​ກຽດ​ເມື່ອ​ເຮົາ​ສຳແດງ​ສະຫງ່າຣາສີ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ຄິດ ແລະ​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ ແລະ​ຈົນເຖິງ​ທຸກ​ວັນນີ້​ຕາ​ຂອງ​ພວກເຂົາ​ກໍ​ເບິ່ງ​ບໍ່​ເຫັນ ແລະ​ຫູ​ກໍ​ບໍ່ໄດ້ຍິນ.”


ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”


ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ຢາກ​ສູ້ຮົບ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ເປັນ​ການ​ລົງໂທດ ແລະ​ເພື່ອ​ທຸກຄົນ​ຈະ​ຖືກ​ຂ້າ​ຢ່າງ​ບໍ່​ປານີ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ສີເສຣາ​ແມ່ທັບ​ຂອງ​ກະສັດ​ຢາບິນ ພ້ອມ​ດ້ວຍ​ລົດຮົບ​ແລະ​ທະຫານ​ຂອງ​ລາວ ອອກ​ໄປ​ສູ້ຮົບ​ເຈົ້າ​ຢູ່​ທີ່​ຫ້ວຍນໍ້າ​ກີໂຊນ ແຕ່​ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ລາວ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka