3 ແລ້ວກະສັດຟາໂຣກໍຈະຄິດວ່າ ຊາວອິດສະຣາເອນກຳລັງເດີນທາງວົນວຽນໄປມາຢູ່ໃນຂົງເຂດນີ້ ໂດຍມີຖິ່ນແຫ້ງແລ້ງກັນດານກີດກັ້ນໄວ້.
ພຣະອົງຮູ້ທຸກໆສິ່ງທີ່ຂ້ານ້ອຍກະທຳໄປ ເຖິງວ່າຢູ່ໄກແສນໄກ ກໍເຂົ້າໃຈຄວາມນຶກຄິດຂອງຂ້ານ້ອຍໄດ້.
ຂ້າແດ່ພຣະເຈົ້າຢາເວ ແມ່ນວ່າກ່ອນທີ່ຂ້ານ້ອຍເວົ້າຄຳໃດໆອອກມາ ພຣະອົງກໍຮູ້ລ່ວງໜ້າສິ່ງທີ່ຂ້ານ້ອຍຈະເວົ້ານັ້ນ.
ສັດຕູເວົ້າເຖິງຂ້ານ້ອຍໂດຍກ່າວອອກມາວ່າ, “ພຣະເຈົ້າຈະບໍ່ຊ່ວຍເຫຼືອຄົນຢ່າງລາວດອກ.”
ພວກເຂົາເວົ້າກັນວ່າ, “ພຣະເຈົ້າປະຖິ້ມລາວແລ້ວ ໃຫ້ພວກເຮົາຕາມໄປຈັບເອົາລາວເທາະ ເພາະບໍ່ມີຜູ້ໃດທີ່ຈະມາຊ່ວຍເຫລືອເອົາລາວ ຫລືຊ່ວຍກູ້ເອົາລາວໄວ້ອີກແລ້ວ.”
“ຈົ່ງບອກຊາວອິດສະຣາເອນໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງປີຮາຮີໂຣດ; ລະຫວ່າງມິກໂດນກັບທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ.
ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະໄລ່ຕິດຕາມພວກເຈົ້າມາ ແລະໄຊຊະນະຂອງເຮົາທີ່ມີຕໍ່ລາວ ແລະກອງທັບຂອງລາວ ຈະນຳກຽດສັກສີແລະຊື່ສຽງມາໃຫ້ເຮົາ. ແລ້ວຊາວເອຢິບກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໄດ້ກ່າວໄວ້ນັ້ນທຸກປະການ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າແມ່ນຜູ້ທີ່ເຮົາໄດ້ກ່າວເຖິງແຕ່ດົນນານມາແລ້ວ ເມື່ອເຮົາໄດ້ປະກາດຜ່ານທາງບັນດາຜູ້ຮັບໃຊ້ຂອງເຮົາ ຄືຜູ້ທຳນວາຍຂອງອິດສະຣາເອນ ວ່າໃນມື້ທີ່ຈະມາເຖິງນັ້ນ ເຮົາຈະນຳຜູ້ໃດຜູ້ໜຶ່ງມາໂຈມຕີຊາດອິດສະຣາເອນ.”
ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ.
ແລະໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ, ແຕ່ຄົນຍັງຈະຮ້ອງເພງນີ້ຢູ່ຕໍ່ໄປ ແລະມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. ແມ່ນແຕ່ເວລານີ້ ກ່ອນເຮົານຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ພວກເຂົາ ເຮົາກໍຮູ້ວ່າພວກເຂົາກຳລັງຄິດຢ່າງໃດແລ້ວ.”
ເມື່ອປະຊາຊົນຊາວກາຊາຮູ້ວ່າແຊມຊັນຢູ່ໃນທີ່ນັ້ນ ພວກເຂົາກໍມາອ້ອມບ່ອນນັ້ນໄວ້ ແລະຄອຍຖ້າຈັບລາວຢູ່ທີ່ປະຕູເມືອງຕະຫລອດຄືນ. ພວກເຂົາມິດງຽບຢູ່ຕະຫລອດຄືນ ແລະຄິດວ່າ, “ພວກເຮົາຕ້ອງຄອຍຖ້າຈົນເຖິງມື້ເຊົ້າ ແລ້ວຈະຂ້າມັນຖິ້ມ.”
ສະນັ້ນ ຈົ່ງໄປສືບເບິ່ງຢ່າງຄັກແນ່ວ່າມັນຢູ່ບ່ອນໃດແທ້ໆ ແລະໃຫ້ນຳເອົາລາຍລະອຽດຕ່າງໆມາລາຍງານເຮົາທັນທີ ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າມັນຍັງຢູ່ໃນເຂດນັ້ນ ເຮົາຈະຕາມໄປຂ້າມັນ. ເຖິງແມ່ນວ່າເຮົາຈະຕ້ອງຊອກຄົ້ນຫາມັນທົ່ວທັງດິນແດນຢູດາຍກໍຕາມ.”
ຕໍ່ມາ ໄດ້ມີຄົນມາບອກກະສັດໂຊນວ່າດາວິດຢູ່ທີ່ເມືອງເກອີລາ ແລະເພິ່ນກໍເວົ້າວ່າ, “ພຣະເຈົ້າມອບດາວິດໄວ້ໃນກຳມືຂອງເຮົາແລ້ວ. ລາວຫ້າງແຮ້ວໃສ່ຕົນເອງທີ່ເຂົ້າໄປຢູ່ໃນເມືອງທີ່ມີກຳແພງອ້ອມ ແລະທັງມີປະຕູອັນແໜ້ນໜາອີກດ້ວຍ.”