2 “ຈົ່ງບອກຊາວອິດສະຣາເອນໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງປີຮາຮີໂຣດ; ລະຫວ່າງມິກໂດນກັບທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ.
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ,
ແລ້ວກະສັດຟາໂຣກໍຈະຄິດວ່າ ຊາວອິດສະຣາເອນກຳລັງເດີນທາງວົນວຽນໄປມາຢູ່ໃນຂົງເຂດນີ້ ໂດຍມີຖິ່ນແຫ້ງແລ້ງກັນດານກີດກັ້ນໄວ້.
ກອງທັບເອຢິບຊຶ່ງມີທະຫານມ້າ ລວມທັງລົດຮົບແລະຄົນຂັບ ໄດ້ໄລ່ຕິດຕາມຊາວອິດສະຣາເອນມາ ແລະທັນພວກເຂົາຢູ່ໃກ້ກັບ ປີຮາຮີໂຣດ; ຄືຕໍ່ໜ້າບາອານເຊໂຟນ ຊື່ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ແຄມທະເລແດງ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບຊາວອິດສະຣາເອນທັງໝົດ ທີ່ກຳລັງອາໄສຢູ່ໃນປະເທດເອຢິບ ຄືໃນເມືອງມິກໂດນ, ຕາປັນເຮັດ, ມຳຟິດ ແລະໃນທາງພາກໃຕ້ຂອງປະເທດ.
“ຈົ່ງປະກາດຂ່າວນີ້ໃນເມືອງຂອງເອຢິບ ໃນມິກໂດນ, ມຳຟິດ ແລະຕາປັນເຮັດວ່າ, ‘ຈົ່ງຕຽມພ້ອມເພື່ອປ້ອງກັນພວກເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມກຳຈັດໃຫ້ພິນາດ
ເຮົາຈຶ່ງເປັນສັດຕູຂອງເຈົ້າແລະເປັນສັດຕູແມ່ນໍ້ານິນຂອງເຈົ້າດ້ວຍ. ເຮົາຈະເຮັດໃຫ້ປະເທດເອຢິບທັງໝົດເປັນທີ່ຮົກຮ້າງຫວ່າງເປົ່າ ຄືຕັ້ງແຕ່ເມືອງມິກໂດນທາງທິດເໜືອ ເຖິງເມືອງອາຊວານທາງທິດໃຕ້ ຈົນໄປຮອດຊາຍແດນຂອງເອທີໂອເປຍ.
ເຮົາໄດ້ນຳພາພວກປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ ແລະຊາວເອຢິບໄດ້ໄລ່ຕາມພວກເຂົາໄປ ໂດຍມີລົດຮົບແລະທະຫານມ້າ. ແຕ່ເມື່ອພວກປູ່ຍ່າຕາຍາຍຂອງພວກເຈົ້າມາຮອດທະເລແດງ