16 ຝ່າຍເຈົ້າ ເຈົ້າຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ ແລະຊີ້ໄປເທິງໜ້ານໍ້າທະເລ ແລະມັນຈະແຍກນໍ້າອອກໃຫ້ເປັນທາງຍ່າງ ເພື່ອຊາວອິດສະຣາເອນຈະສາມາດຍ່າງເທິງພື້ນດິນແຫ້ງ ແລະຜ່ານໄປໄດ້.
ເພິ່ນກ່າວຕໍ່ເກຮາຊິວ່າ, “ໄວໆ! ຈົ່ງຖືເອົາໄມ້ເທົ້າຂອງຂ້ອຍ ແລະອອກເດີນທາງໄປ. ຖ້າເຈົ້າພົບໃຜກໍຢ່າຢຸດຖາມສະບາຍ ແລະຖ້າໃຜຖາມສະບາຍເຈົ້າກໍຢ່າເສຍເວລາຕອບ. ຈົ່ງກົງໄປທີ່ເຮືອນແລະວາງໄມ້ເທົ້າຂອງຂ້ອຍໃສ່ເທິງເດັກນັ້ນ.”
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ເປັນຫຍັງຈຶ່ງຮ້ອງຫາເຮົາໃຫ້ຊ່ວຍເຫລືອ? ບອກປະຊາຊົນມຸ້ງໜ້າຕໍ່ໄປ.
ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊວ່າ, “ເດ່ມືຂອງເຈົ້າອອກສູ່ທະເລ ແລະນໍ້າຈະໄຫລມາຖ້ວມຊາວເອຢິບ ພ້ອມທັງລົດຮົບແລະຄົນຂັບຂອງພວກເຂົາ.”
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາຫົວໜ້າຂອງຊາວອິດສະຣາເອນບາງຄົນໄປກັບເຈົ້າ ແລະລ່ວງໜ້າປະຊາຊົນໄປກ່ອນ. ຈົ່ງຖືໄມ້ຄ້ອນເທົ້າທີ່ເຈົ້າໄດ້ໃຊ້ຕີນໍ້ານິນນັ້ນໄປນຳ.
ເຮົາຈະຢືນຢູ່ຂ້າງໜ້າເຈົ້າເທິງຫີນດານທີ່ພູເຂົາໂຮເຣັບ. ຈົ່ງໃຊ້ໄມ້ເທົ້າຂອງເຈົ້າຕີໂງ່ນຫີນ ແລະນໍ້າກໍຈະໄຫລອອກມາໃຫ້ປະຊາຊົນດື່ມ.” ໂມເຊຈຶ່ງປະຕິບັດຕາມທີ່ໄດ້ບອກນັ້ນ ຢູ່ທ່າມກາງບັນດາຜູ້ນຳຂອງປະຊາຊົນອິດສະຣາເອນ.
ຈົ່ງຖືໄມ້ຄ້ອນເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດໝາຍສຳຄັນການອັດສະຈັນຕ່າງໆ.”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າກຳລັງຖືຢູ່ນັ້ນ?” ໂມເຊຕອບວ່າ, “ແມ່ນໄມ້ຄ້ອນເທົ້າ.”
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ຕະຫລອດທັງໜອງບຶງ ແລະອ່າງນໍ້າໃນປະເທດເອຢິບ. ແລ້ວນໍ້າໃນບ່ອນທັງໝົດນັ້ນຈະກາຍເປັນເລືອດ ແລະທົ່ວປະເທດກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງທີ່ເຮັດດ້ວຍໄມ້ ແລະໃນໄຫທີ່ເຮັດດ້ວຍຫີນ.”
“ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະໃຊ້ໄມ້ແສ້ຕີພວກເຂົາເໝືອນກັນກັບທີ່ໄດ້ຕີຊາວມີດີອານທີ່ໂງ່ນຫີນໂອເຣັບ. ຈະລົງໂທດອັດຊີເຣຍເໝືອນກັນກັບທີ່ໄດ້ລົງໂທດເອຢິບ.
ຂ້າແດ່ພຣະເຈົ້າຢາເວ ຄົງແມ່ນແມ່ນໍ້າຕ່າງໆນັ້ນບໍ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງລົງໂທດໂກດຮ້າຍ? ແມ່ນນໍ້າທະເລທີ່ໄດ້ເຮັດໃຫ້ພຣະອົງກີ້ວໂກດບໍ? ພຣະອົງຜ່ານໄປມາເທິງກ້ອນເມກທັງຫລາຍນັ້ນ ກ້ອນເມກໃນພະຍຸຮ້າຍຄືລົດມ້າຂອງພຣະອົງ ຂະນະທີ່ນຳໄຊຊະນະມາສູ່ປະຊາຊົນຂອງພຣະເຈົ້າ.
ແລ້ວໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນຕີໂງ່ນຫີນສອງເທື່ອ ແລະນໍ້າກໍໄຫລທະລຸອອກມາຢ່າງຫລວງຫລາຍ ແລ້ວທັງຄົນແລະຝູງສັດທັງປວງກໍພາກັນດື່ມ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍວ່າ, “ຈົ່ງເອົາຫອກຂອງເຈົ້າຊີ້ໄປທາງເມືອງອາອີ ເຮົາກຳລັງມອບເມືອງອາອີໃຫ້ເຈົ້າ.” ໂຢຊວຍກໍປະຕິບັດຕາມທີ່ພຣະອົງໄດ້ບອກ