13 ແຕ່ໂມເຊຕອບວ່າ, “ຢ່າຢ້ານເລີຍ ຕັ້ງໃຈໃຫ້ດີ ແລະພວກເຈົ້າຈະໄດ້ເຫັນສິ່ງທີ່ພຣະເຈົ້າຢາເວກະທຳ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວເອຢິບເຫຼົ່ານີ້ອີກຈັກເທື່ອ.
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
ໃນຄືນນັ້ນ ພຣະເຈົ້າຢາເວປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າຂອງອັບຣາຮາມພໍ່ຂອງເຈົ້າ; ຢ່າສູ່ຢ້ານເລີຍ ເພາະເຮົາຢູ່ກັບເຈົ້າ. ແລະອວຍພອນໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ; ເຮົາໄດ້ສັນຍາໄວ້ກັບອັບຣາຮາມຜູ້ຮັບໃຊ້ຂອງເຮົາ.”
ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ ພຣະເຈົ້າຂອງພໍ່ເຈົ້າ, ບໍ່ຕ້ອງຢ້ານທີ່ຈະໄປປະເທດເອຢິບ. ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າທະວີຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ.
ໂອ ຂ້າແດ່ພຣະເຈົ້າຢາເວ ອົງທີ່ຂ້ານ້ອຍເຝົ້າຄອງຫາ ເຊີນມາຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພດ້ວຍ.
ເພິ່ນຕອບວ່າ, “ບໍ່ຕ້ອງຢ້ານ ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”
ສ່ວນລາວພ້ອມດ້ວຍຄົນຂອງຕົນກໍຢືນຕໍ່ສູ້ຊາວຟີລິດສະຕິນຢູ່ກາງທົ່ງນາ. ພຣະເຈົ້າຢາເວໄດ້ໃຫ້ລາວຮົບຊະນະເປັນຄັ້ງຍິ່ງໃຫຍ່.
ຢາຮາຊີເອນໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຕະຫລອດທັງປະຊາຊົນຊາວຢູດາແລະຊາວເຢຣູຊາເລັມດ້ວຍ ພຣະເຈົ້າຢາເວກ່າວຕໍ່ທ່ານທັງຫລາຍດັ່ງນີ້ວ່າ, ‘ບໍ່ຕ້ອງຢ້ານ ແລະຢ່າສູ່ຕົກໃຈຕໍ່ກອງທັບໃຫຍ່ນັ້ນ. ການສູ້ຮົບຂຶ້ນຢູ່ກັບພຣະເຈົ້າ ແຕ່ບໍ່ແມ່ນຂຶ້ນຢູ່ກັບພວກທ່ານ.’
ພວກທ່ານບໍ່ຈຳເປັນຕ້ອງອອກໄປສູ້ຮົບໃນຄັ້ງນີ້. ໃຫ້ທ່ານພຽງແຕ່ປະຈຳທີ່ລໍຄອຍຢູ່ທີ່ນັ້ນ ແລະທ່ານຈະເຫັນວ່າແມ່ນພຣະເຈົ້າຢາເວທີ່ໄດ້ໃຫ້ພວກທ່ານມີໄຊຊະນະ. ຊາວຢູດາແລະຊາວນະຄອນເຢຣູຊາເລັມເອີຍ ຢ່າສົງໄສ ຫລືຢ້ານກົວເລີຍ. ຈົ່ງອອກໄປສູ້ຮົບແລະພຣະເຈົ້າຢາເວຈະສະຖິດຢູ່ກັບພວກທ່ານ.”
ໃນປະເທດເອຢິບພຣະອົງເຫັນພວກເພິ່ນທົນທຸກສໍ່າໃດ ຄືບັນພະບຸລຸດຮ້ອງໃຫ້ຊ່ວຍເຫຼືອທີ່ທະເລແດງນັ້ນ,
ພຣະເຈົ້າຢາເວເທົ່ານັ້ນ ທີ່ໃຫ້ຂ້ານ້ອຍໄດ້ໄຊຊະນະ ຂໍຊົງໂຜດອວຍພອນປະຊາຊົນຂອງພຣະອົງເທີ້ນ.
ແນ່ນອນພຣະເຈົ້າຈະຕີກະໂຫລກຫົວ ພວກສັດຕູຂອງພຣະອົງໃຫ້ໝຸ່ນທະລາຍ ຄືພວກທີ່ຂືນດຳເນີນຊີວິດ ໃນທາງແຫ່ງຄວາມຜິດບາບຂອງເຂົາເຈົ້າ.
ພຣະອົງໄດ້ນຳພາພວກເຂົາໄປຢ່າງປອດໄພ ພວກເຂົາຈຶ່ງບໍ່ຢ້ານກົວ, ແຕ່ນໍ້າທະເລໄດ້ໄຫລຖ້ວມສັດຕູຂອງພວກເຂົາ.
ເຈົ້າຈະສັງເກດເບິ່ງດ້ວຍຕາຂອງເຈົ້າເທົ່ານັ້ນ ແລະເຫັນຄົນຊົ່ວຮ້າຍຖືກໂທດຢ່າງໃດແດ່?
ໃນວັນນັ້ນ ພຣະເຈົ້າຢາເວໄດ້ໂຜດຊ່ວຍປະຊາຊົນອິດສະຣາເອນ ໃຫ້ພົ້ນຈາກການຕິດຕາມທຳລາຍຂອງຊາວເອຢິບ. ຊາວອິດສະຣາເອນໄດ້ເຫັນຊາກສົບຂອງຊາວເອຢິບ ຢາຍເດຍລະດາດຢູ່ຕາມແຄມທະເລ.
ໂມເຊຈຶ່ງໄດ້ກ່າວຕໍ່ປະຊາຊົນວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະເຮັດໃຫ້ພວກເຈົ້າສືບຕໍ່ຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ.”
ຂໍໂຜດໃຫ້ມີສັນຕິສຸກເຖີດ ເປັນສັນຕິສຸກອັນຄົບຖ້ວນແກ່ທຸກຄົນດ້ວຍ ຄືຜູ້ທີ່ຢຶດໝັ້ນແທ້ຈິງໃນເປົ້າໝາຍຂອງຕົນ ແລະແກ່ທຸກຄົນທີ່ໄວ້ວາງໃຈໃນພຣະອົງ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວແກ່ປະຊາຊົນວ່າ, “ຈົ່ງກັບຄືນມາແລະໄວ້ວາງໃຈໃນເຮົາຢ່າງງຽບໆສາ. ແລ້ວພວກເຈົ້າກໍຈະເຂັ້ມແຂງແລະປອດໄພ.” ແຕ່ພວກເຈົ້າບໍ່ຍອມປະຕິບັດຕາມ.
ຈົ່ງບອກທຸກຄົນທີ່ຂາດຄວາມຊູໃຈໃຫ້ຮູ້ວ່າ “ຈົ່ງເຂັ້ມແຂງ ແລະຢ່າສູ່ຢ້ານປະການໃດເລີຍ ພຣະເຈົ້າກຳລັງມາຊ່ວຍເອົາພວກເຈົ້າໃຫ້ພົ້ນ, ພຣະອົງກຳລັງມາແກ້ແຄ້ນສັດຕູຂອງພວກເຈົ້າ.”
ເຮົາຜູ້ດຽວເທົ່ານັ້ນ ທີ່ເປັນພຣະເຈົ້າຢາເວເດີ ເຮົາແຕ່ຜູ້ດຽວຊ່ວຍພວກເຈົ້າໃຫ້ພົ້ນໄດ້.
ຈົ່ງບອກລາວໃຫ້ລະມັດລະວັງ, ສະຫງົບຈິດໃຈ ແລະຢ່າສູ່ຢ້ານຫລືເປັນທຸກໃຈເລີຍ. ຄວາມໂກດຮ້າຍຂອງກະສັດເຣຊິນ ແລະຊາວຊີເຣຍແລະກະສັດເປກາ ບໍ່ເປັນອັນຕະລາຍທໍ່ກັບຄວັນໄຟໄໝ້ຟືນໄມ້ໂດກ.
ພວກຂ້ານ້ອຍບໍ່ໄດ້ຮັບການຊ່ວຍເຫລືອຫຍັງເລີຍ ຈາກພະຕ່າງຊາດທີ່ພວກຂ້ານ້ອຍນະມັດສະການທີ່ເທິງເນີນພູຕ່າງໆ ແລະພູເຂົາທັງຫຼາຍນັ້ນ. ຄວາມພົ້ນຂອງຊາດອິດສະຣາເອນນັ້ນມາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍແຕ່ເທົ່ານັ້ນ.
ສະນັ້ນ ຈຶ່ງເປັນສິ່ງດີເລີດທີ່ຄອຍຖ້າຢ່າງອົດທົນ ຄືຄອງຄອຍພຣະເຈົ້າຢາເວມາຊ່ວຍພວກເຮົາໃຫ້ພົ້ນ
ແຕ່ເຮົາຈະສະແດງຄວາມຮັກຕໍ່ປະຊາຊົນຢູດາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ເຮົາຈະຊ່ວຍພວກເຂົາໃຫ້ພົ້ນ; ແຕ່ບໍ່ແມ່ນດ້ວຍເສິກສົງຄາມ ຄືດ້ວຍດາບ ຫລືໜ້າທະນູແລະລູກສອນ ຫລືດ້ວຍມ້າ ແລະເຫຼົ່າທະຫານມ້າ.”
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ແຕ່ເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. ພວກເຈົ້າບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງພວກເຈົ້າ.
ປະຊາຊົນອິດສະຣາເອນເອີຍ ເຮົາຈະທຳລາຍພວກເຈົ້າ. ແລ້ວຜູ້ໃດແດ່ຈະຊ່ວຍພວກເຈົ້າໄດ້?
ພຣະອົງໄດ້ກ້າວອອກຊ່ວຍຊູປະຊາຊົນຂອງພຣະອົງ ຄືຊ່ວຍເອົາກະສັດຜູ້ທີ່ພຣະອົງໄດ້ເລືອກໄວ້. ພຣະອົງໄດ້ທຳລາຍເຮືອນຂອງຜູ້ນຳຄົນຊົ່ວໃຫ້ແຫລກມຸ່ນໄປ ແລະທຳລາຍພວກທີ່ຕິດຕາມໃຫ້ດັບສູນຈົນກ້ຽງ.
ຂ້າແດ່ພຣະເຈົ້າຢາເວ ຄົງແມ່ນແມ່ນໍ້າຕ່າງໆນັ້ນບໍ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງລົງໂທດໂກດຮ້າຍ? ແມ່ນນໍ້າທະເລທີ່ໄດ້ເຮັດໃຫ້ພຣະອົງກີ້ວໂກດບໍ? ພຣະອົງຜ່ານໄປມາເທິງກ້ອນເມກທັງຫລາຍນັ້ນ ກ້ອນເມກໃນພະຍຸຮ້າຍຄືລົດມ້າຂອງພຣະອົງ ຂະນະທີ່ນຳໄຊຊະນະມາສູ່ປະຊາຊົນຂອງພຣະເຈົ້າ.
ຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເລີຍ ແລະຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ ແລະຈະຊົງທຳລາຍບັນດາພະທີ່ປົກປັກຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”
ເທວະດາຕົນນັ້ນ ໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າສູ່ຢ້ານເລີຍ ເຮົາຮູ້ແລ້ວວ່າ ພວກເຈົ້າມາຊອກຫາພຣະເຢຊູເຈົ້າ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ.
‘ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງໃຫ້ດີ ໃນວັນນີ້ພວກເຈົ້າຈະອອກສູ່ສະໜາມຮົບ. ຢ່າຢ້ານຂ້າເສິກ ຫລືເສຍຂວັນ ຫລືເກີດອົນລະຫົນວຸ້ນວາຍເລີຍ.
ແຕ່ໂຊນເວົ້າວ່າ, “ມື້ນີ້ ຈະບໍ່ມີຜູ້ໃດຖືກປະຫານຊີວິດ ເພາະແມ່ນມື້ທີ່ພຣະເຈົ້າຢາເວຊ່ວຍກອບກູ້ເອົາຊາດອິດສະຣາເອນ.”
ສະນັ້ນ ຈົ່ງພາກັນຢືນຢູ່ບ່ອນທີ່ພວກເຈົ້າຢືນຢູ່ນັ້ນແຫຼະ ແລະພວກເຈົ້າຈະໄດ້ເຫັນເຫດການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວກຳລັງຈະເຮັດຕໍ່ໜ້າຕໍ່ຕາຂອງພວກເຈົ້າ.