Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 14:12 - ພຣະຄຳພີສັກສິ

12 ພວກເຮົາ​ບອກ​ທ່ານ​ກ່ອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ແລ້ວ​ວ່າ ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ ບໍ່ແມ່ນ​ບໍ? ພວກເຮົາ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ຢ່າ​ຫຍຸ້ງກ່ຽວ​ກັບ​ພວກເຮົາ ແລະ​ປ່ອຍ​ໃຫ້​ພວກເຮົາ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ຕໍ່ໄປ. ເປັນ​ທາດຮັບໃຊ້​ຢູ່​ພຸ້ນ ກໍ​ດີກວ່າ​ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 14:12
11 Jak'a apnaqawi uñst'ayäwi  

ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃນ​ເອຢິບ ບໍ່ໄດ້​ເຂົ້າໃຈ​ເຖິງ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່, ພວກເພິ່ນ​ລືມໄລ​ຄວາມຮັກ​ທີ່​ພຣະອົງ​ໂຜດ​ໃຫ້​ເຫັນ ແລະ​ໄດ້​ກະບົດ​ຕໍ່ສູ້​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ທະເລແດງ


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ​ນັ້ນ ພຣະເຈົ້າ​ບໍ່ໄດ້​ນຳພາ​ພວກເຂົາ​ຂຶ້ນ​ໄປ​ທາງ​ດິນແດນ​ຟີລິດສະຕິນ ເຖິງ​ແມ່ນ​ວ່າ​ທາງ​ນັ້ນ​ຈະ​ເປັນ​ທາງ​ໃກ້​ກໍຕາມ. ພຣະເຈົ້າ​ຄິດ​ໃນ​ໃຈ​ວ່າ, “ເຮົາ​ບໍ່​ຕ້ອງການ​ໃຫ້​ປະຊາຊົນ​ຄິດ​ປ່ຽນໃຈ​ກັບຄືນ​ໄປ​ທີ່​ປະເທດ​ເອຢິບ ເມື່ອ​ພວກເຂົາ​ເຫັນ​ວ່າ​ພວກເຂົາ​ຕ້ອງ​ເຮັດ​ເສິກ.”


ເຮົາ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ຊ່ວຍເຫລືອ​ຂອງ​ປະຊາຊົນ​ເຮົາ​ຄັກແນ່​ແລ້ວ ແລະ​ເຮົາ​ໄດ້​ເຫັນ​ຊາວ​ເອຢິບ​ກົດຂີ່​ພວກເຂົາ​ຢ່າງ​ໃດ.


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ແລ້ວ​ໂມເຊ​ກໍ​ນຳ​ຖ້ອຍຄຳ​ເຫຼົ່ານີ້​ໄປ​ບອກ​ຊາວ​ອິດສະຣາເອນ, ແຕ່​ເນື່ອງ​ຈາກ​ວ່າ​ຈິດໃຈ​ຂອງ​ພວກເຂົາ​ເປັນທຸກ ທັງ​ອ່ອນ​ເພຍ ແລະ​ເສຍ​ກຳລັງ​ໃຈ ຍ້ອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້​ຢ່າງ​ໂຫດຮ້າຍ​ທາລຸນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອຟັງ​ໂມເຊ.


ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


“ເຢຊູ​ໄທ​ນາຊາເຣັດ​ເອີຍ ທ່ານ​ມາ​ຫຍຸ້ງກ່ຽວ​ນຳ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທີ່​ນີ້​ເພື່ອ​ທຳລາຍ​ພວກເຮົາ​ບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ໃດ ກໍ​ເປັນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”


ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka