Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 14:10 - ພຣະຄຳພີສັກສິ

10 ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.

Uka jalj uñjjattʼäta Copia luraña




ອົບພະຍົບ 14:10
23 Jak'a apnaqawi uñst'ayäwi  

ສະນັ້ນ ເມື່ອ​ພວກເຂົາ​ໄດ້​ເຫັນ​ກະສັດ​ເຢໂຮຊາຟັດ ທັງໝົດ​ຈຶ່ງ​ຄິດວ່າ​ເພິ່ນ​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ແລະ​ພວກເຂົາ​ຈຶ່ງ​ຫັນ​ມາ​ໂຈມຕີ​ແຕ່​ເພິ່ນ, ແຕ່​ເຢໂຮຊາຟັດ​ໄດ້​ຮ້ອງ​ຂຶ້ນ ແລ້ວ​ພຣະເຈົ້າຢາເວ​ກໍ​ຊ່ວຍກູ້​ເອົາ​ເພິ່ນ ແລະ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ການ​ໂຈມຕີ​ນັ້ນ​ຫ່າງ​ອອກ​ໄປ​ຈາກ​ເພິ່ນ.


ໃນ​ປະເທດ​ເອຢິບ​ພຣະອົງ​ເຫັນ​ພວກເພິ່ນ​ທົນທຸກ​ສໍ່າໃດ ຄື​ບັນພະບຸລຸດ​ຮ້ອງ​ໃຫ້​ຊ່ວຍເຫຼືອ​ທີ່​ທະເລແດງ​ນັ້ນ,


ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ຟັງ​ສຽງ​ຮ້ອງທູນ​ຂອງ​ພວກເຂົາ, ຈຶ່ງ​ກັບ​ມາ​ສົນໃຈ​ໃນ​ຄວາມທຸກ​ຂອງ​ພວກເຂົາ


ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.


ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.


ເມື່ອ​ເດືອດຮ້ອນ ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.


ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍຊູ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.


ຄົນ​ຊອບທຳ​ຮ້ອງຫາ, ພຣະເຈົ້າຢາເວ​ກໍ​ຊົງ​ຮັບ​ຟັງ​ພວກເຂົາ ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ.


ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.


ເມື່ອ​ມີ​ຄວາມ​ເດືອດຮ້ອນ​ພວກເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເຮົາ​ກໍໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ໄດ້​ພົ້ນ. ຈາກ​ທີ່​ລັບລີ້​ມີ​ລົມພະຍຸ ເຮົາ​ໄດ້​ຕອບ​ພວກເຈົ້າ ທີ່​ແມ່ນໍ້າ​ເມຣີບາ ເຮົາ​ໄດ້​ທົດລອງ​ພວກເຈົ້າ.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ​ນັ້ນ ພຣະເຈົ້າ​ບໍ່ໄດ້​ນຳພາ​ພວກເຂົາ​ຂຶ້ນ​ໄປ​ທາງ​ດິນແດນ​ຟີລິດສະຕິນ ເຖິງ​ແມ່ນ​ວ່າ​ທາງ​ນັ້ນ​ຈະ​ເປັນ​ທາງ​ໃກ້​ກໍຕາມ. ພຣະເຈົ້າ​ຄິດ​ໃນ​ໃຈ​ວ່າ, “ເຮົາ​ບໍ່​ຕ້ອງການ​ໃຫ້​ປະຊາຊົນ​ຄິດ​ປ່ຽນໃຈ​ກັບຄືນ​ໄປ​ທີ່​ປະເທດ​ເອຢິບ ເມື່ອ​ພວກເຂົາ​ເຫັນ​ວ່າ​ພວກເຂົາ​ຕ້ອງ​ເຮັດ​ເສິກ.”


ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.


ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.


ຢ່າ​ລືມ​ຈັກເທື່ອ​ວ່າ ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂກດຮ້າຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ. ຕັ້ງແຕ່​ມື້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຖິງ​ມື້​ທີ່​ພວກເຈົ້າ​ມາ​ຮອດ​ທີ່​ນີ້ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.


ເຮົາ​ໄດ້​ນຳພາ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊາວ​ເອຢິບ​ໄດ້​ໄລ່​ຕາມ​ພວກເຂົາ​ໄປ ໂດຍ​ມີ​ລົດຮົບ​ແລະ​ທະຫານ​ມ້າ. ແຕ່​ເມື່ອ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມາ​ຮອດ​ທະເລແດງ


ພວກເຂົາ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ຄວາມມືດ​ຂັ້ນ​ກາງ ລະຫວ່າງ​ພວກເຂົາ​ກັບ​ພວກ​ເອຢິບ ແລະ​ໃຫ້​ນໍ້າ​ທະເລ​ໄຫລ​ຖ້ວມ​ພວກ​ເອຢິບ​ຈົນ​ພວກເຂົາ​ຈົມ​ນໍ້າ​ຕາຍ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ຕໍ່​ເອຢິບ​ແລ້ວ. ຫລັງຈາກ​ນັ້ນ ພວກເຈົ້າ​ກໍໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ດົນນານ.


ໃນ​ຄວາມຮັກ​ນັ້ນ ບໍ່ມີ​ຄວາມ​ຢ້ານ. ຄວາມຮັກ​ອັນ​ຄົບ​ບໍຣິບູນ​ກໍ​ຂັບໄລ່​ຄວາມ​ຢ້ານ​ທຸກຢ່າງ​ອອກ​ໄປ. ເຫດສະນັ້ນ ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳເລັດ​ໃນ​ຄວາມຮັກ ເພາະ​ຄວາມ​ຢ້ານ​ມີ​ຄວາມ​ສຳພັນ​ກັບ​ການ​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka