ອົບພະຍົບ 13:9 - ພຣະຄຳພີສັກສິ9 ແລະສິ່ງນີ້ໃຫ້ເຮັດເປັນສັນຍາລັກຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ຕາມແຂນ ຫລືຄຽນໄວ້ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າໃຫ້ສືບຕໍ່ເລົ່າ ແລະສຶກສາກົດບັນຍັດຂອງພຣະເຈົ້າຢາເວ; ເພາະວ່າພຣະເຈົ້າຢາເວໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. Uka jalj uñjjattʼäta |
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.