8 ໃນວັນເລີ່ມຕົ້ນເທດສະການ ຈົ່ງອະທິບາຍສູ່ພວກລູກຫລານຂອງພວກເຈົ້າຟັງວ່າ ພວກເຈົ້າເຮັດສິ່ງທັງໝົດນີ້ ກໍເພາະວ່າພຣະເຈົ້າຢາເວໄດ້ຊ່ວຍເຫລືອພວກເຈົ້າ ໃນສະໄໝທີ່ໜີອອກມາຈາກປະເທດເອຢິບນັ້ນ.
ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນຄຳເວົ້າດ້ວຍຫູຂອງຕົນເອງ ປູ່ຍ່າຕາຍາຍຂອງພວກຂ້ານ້ອຍກໍໄດ້ບອກເຖິງເລື່ອງນີ້ ຄືໃນຄາວຂອງພວກເພິ່ນນັ້ນພຣະອົງໄດ້ເຮັດສິ່ງຍິ່ງໃຫຍ່ຫລາຍ ເປັນເຫດການທີ່ຜ່ານມາແຕ່ດົນນານແລ້ວ:
ແລ້ວພວກເຈົ້າກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທຳໃຫ້ຊາວເອຢິບໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆເຫຼົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”
ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້.
ແມ່ນຜູ້ທີ່ມີຊີວິດຢູ່ເທົ່ານັ້ນທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍສັນລະເສີນພຣະອົງຢູ່ດຽວນີ້. ດັ່ງພໍ່ແມ່ບອກສອນພວກລູກໆຂອງຕົນ ເຖິງຄວາມສັດຊື່ຂອງພຣະອົງໃຫ້ເຂົາໄດ້ຮູ້.
ຝ່າຍພໍ່ແມ່ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ແຕ່ຈົ່ງອົບຮົມສັ່ງສອນພວກເຂົາຕາມລະບຽບ ແລະຫລັກຄຳສັ່ງສອນທຸກຢ່າງຂອງອົງພຣະຜູ້ເປັນເຈົ້າ.
ໃນພາຍໜ້າ ພວກລູກຫລານຂອງພວກເຈົ້າຈະຖາມວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດເຫຼົ່ານີ້?’