7 ໃນເວລາເຈັດວັນນີ້ ຢ່າກິນເຂົ້າຈີ່ມີເຊື້ອແປ້ງຢ່າງເດັດຂາດ ແລະທັງຢ່າໃຫ້ມີເຂົ້າຈີ່ທີ່ມີເຊື້ອແປ້ງໃດໆ ຕາມເຮືອນໃນດິນແດນທີ່ພວກເຈົ້າອາໄສຢູ່ນັ້ນ.
ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ໃນເຈັດວັນນີ້ ຢ່າໃຫ້ມີເຊື້ອແປ້ງຢູ່ໃນເຮືອນ. ຖ້າຄົນໃດຄົນໜຶ່ງກິນເຂົ້າຈີ່ມີເຊື້ອແປ້ງ ບໍ່ວ່າເປັນຄົນຕ່າງດ້າວ ຫລືເປັນຄົນອິດສະຣາເອນກໍຕາມ ລາວຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
ພຣະເຢຊູເຈົ້າໄດ້ບອກເຕືອນພວກເພິ່ນວ່າ, “ຈົ່ງລະວັງ ສັງເກດໃຫ້ດີຕໍ່ເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.”
ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫລືເຊື້ອຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມສັດຊື່ແລະຄວາມຈິງ.
ເປັນເວລາເຈັດວັນນີ້ ຢ່າໃຫ້ຜູ້ໃດໃນດິນແດນຂອງພວກເຈົ້າມີເຊື້ອແປ້ງຢູ່ໃນເຮືອນ ແລະຊີ້ນສັດທີ່ຂ້າໃນຕອນແລງຂອງມື້ທີໜຶ່ງນັ້ນ ຕ້ອງກິນໃຫ້ໝົດໃນຄືນນັ້ນ.
ຕໍ່ຈາກວັນປັດສະຄາ ແມ່ນວັນທຳອິດຊຶ່ງພວກເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານໄດ້ປູກຄື: ເຂົ້າຂົ້ວກັບເຂົ້າຈີ່ບໍ່ມີເຊື້ອແປ້ງ.