6 ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ແລະໃນວັນທີເຈັດໃຫ້ຈັດເທດສະການເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວ.
ປະຊາຊົນທີ່ມາເຕົ້າໂຮມກັນຢູ່ໃນນະຄອນເຢຣູຊາເລັມ ໄດ້ສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງດ້ວຍຄວາມຊົມຊື່ນຍິນດີເປັນເວລາເຈັດວັນ ແລະແຕ່ລະວັນ ພວກເລວີແລະບັນດາປະໂຣຫິດຕ່າງກໍສັນລະເສີນພຣະເຈົ້າຢາເວ ດ້ວຍສຸດກຳລັງຂອງພວກເຂົາ. ດ້ວຍເຄື່ອງດົນຕຼີຕ່າງໆສຳລັບພຣະເຈົ້າຢາເວ.
ຈົ່ງຖືຮັກສາເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕາມທີ່ເຮົາສັ່ງໄວ້ໃນເດືອນອາບີບນັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃຫ້ຄົບເຈັດວັນ ເພາະໃນເດືອນນີ້ທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ.
ຈົ່ງຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. ໃນວັນທີເຈັດ ພວກເຈົ້າຈະຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດອີກເພື່ອນະມັດສະການ ແຕ່ຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້.”
ສຳລັບຫົກມື້ຕໍ່ໄປ ໃຫ້ພວກເຈົ້າເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງກິນ ແລະໃນມື້ທີເຈັດ ຈົ່ງເຕົ້າໂຮມກັນເພື່ອນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຢ່າເຮັດວຽກໃນວັນນີ້.”
ຕໍ່ຈາກວັນປັດສະຄາ ແມ່ນວັນທຳອິດຊຶ່ງພວກເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານໄດ້ປູກຄື: ເຂົ້າຂົ້ວກັບເຂົ້າຈີ່ບໍ່ມີເຊື້ອແປ້ງ.