ອົບພະຍົບ 13:5 - ພຣະຄຳພີສັກສິ5 ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ. Uka jalj uñjjattʼäta |
ຂໍໃຫ້ລະນຶກເຖິງພວກຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ອັບຣາຮາມ, ອີຊາກ ແລະຢາໂຄບ. ໂຜດລະນຶກເຖິງພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບພວກເຂົາວ່າ ພຣະອົງຈະໃຫ້ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະຈະໃຫ້ພວກເຂົາໄດ້ດິນແດນທັງໝົດທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກຳມະສິດຂອງພວກເຂົາຕະຫລອດໄປ.”
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.