ໃນເດືອນອາບີບ ເດືອນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບນັ້ນ ຈົ່ງສະຫລອງມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕາມພິທີທີ່ເຮົາໄດ້ບອກພວກເຈົ້າ. ຢ່າກິນເຂົ້າຈີ່ ມີເຊື້ອແປ້ງໃດໆໃນເຈັດວັນ ຕາມກຳນົດຂອງພິທີນັ້ນ. ຢ່າເຂົ້າມານະມັດສະການເຮົາໂດຍບໍ່ມີເຄື່ອງຖວາຍ.