Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:3 - ພຣະຄຳພີສັກສິ

3 ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.

Uka jalj uñjjattʼäta Copia luraña




ອົບພະຍົບ 13:3
58 Jak'a apnaqawi uñst'ayäwi  

ມັນ​ຈະ​ເປັນ​ເວລາ​ເຖິງ​ສີ່​ເຊັ່ນຄົນ ກ່ອນ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກັບຄືນ​ມາ​ທີ່​ນີ້ ເພາະ​ເຮົາ​ຈະ​ບໍ່​ຂັບໄລ່​ຊາວ​ອາໂມ​ອອກ​ໜີໄປ ຈົນກວ່າ​ພວກເຂົາ​ເຮັດ​ຊົ່ວຮ້າຍ​ໜັກ​ສົມ​ກັບ​ຕ້ອງ​ໄດ້​ຮັບ​ໂທດ.”


ພວກ​ເຊື້ອສາຍ​ຂອງ​ຢາໂຄບ ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ຄື​ເຊື້ອສາຍ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຈົ່ງ​ຈື່ຈຳ​ການ​ອັດສະຈັນ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ການຕັດສິນ​ທີ່​ພຣະອົງ​ໄດ້​ປະກາດ​ນັ້ນ.


ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້ ແລະ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່​ແລະ​ດ້ວຍ​ກຳລັງ​ຂອງ​ພຣະອົງ.


ພຣະອົງ​ເຮັດ​ການ​ອັດສະຈັນ​ໃຫຍ່​ຕໍ່ສູ້​ກະສັດ ຕໍ່ສູ້​ຂ້າຣາຊການ ແລະ​ປະຊາຊົນ​ດ້ວຍ; ເພາະ​ຮູ້ວ່າ​ປະຊາຊົນ​ພຣະອົງ​ຖືກ​ກົດຂີ່​ຢ່າງໃດ ແລ້ວ​ຊື່ສຽງ​ພຣະອົງ​ກໍ​ຍັງ​ໂດ່ງດັງ​ເຖິງ​ດຽວນີ້.


ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຊົງ​ເລືອກໄວ້ ຈົ່ງ​ຈົດຈຳ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ແລະ​ການ​ພິພາກສາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.


ເມື່ອ​ປະຊາຊົນ​ອິດສະຣາເອນ​ອອກ ມາ​ຈາກ​ເອຢິບ ເມື່ອ​ເຊື້ອສາຍ​ຢາໂຄບ ອອກ​ໜີ​ຈາກ​ດິນແດນ​ຄົນຕ່າງຊາດ.


ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ດ້ວຍ​ມື​ອັນ​ຊົງຣິດ​ແລະ​ແຂນ​ທີ່​ຊົງຣິດອຳນາດ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຄວາມ​ຊອບທຳ​ກັບ​ຄວາມ​ຍຸດຕິທຳ​ນັ້ນ​ແມ່ນ ຮາກຖານ​ແຫ່ງ​ອານາຈັກ​ຂອງ​ພຣະອົງ ຄວາມຮັກ​ແລະ​ຄວາມສັດຊື່​ກໍ​ກ້າວ​ເດີນ​ໄປ ຂ້າງໜ້າ​ພຣະອົງ.


ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ຈົ່ງ​ຖື​ຮັກສາ​ພິທີ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ນີ້​ໄວ້ ເພາະ​ໃນວັນນີ້​ເອງ ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ. ຈົ່ງ​ຖື​ວັນນີ້​ເປັນ​ວັນ​ສະຫລອງ​ປະຈຳ​ປີ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ຄົນ.


ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”


“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ຄືນ​ວັນນັ້ນ ເປັນ​ຄືນ​ທີ່​ຄວນ​ຈົດຈຳ​ໄວ້​ເປັນ​ທີ່ລະນຶກ​ອັນ​ຍິ່ງໃຫຍ່​ເຖິງ​ພຣະເຈົ້າຢາເວ ເພາະ​ໄດ້​ຊົງ​ນຳພາ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ. ຄືນ​ວັນນັ້ນ ຈຶ່ງ​ເປັນ​ຄືນ​ຂອງ​ພຣະເຈົ້າຢາເວ​ທີ່​ຊາວ​ອິດສະຣາເອນ​ທັງໝົດ​ຖື​ເປັນ​ທີ່ລະນຶກ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກເຂົາ.


ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.


ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ແລະ​ສິ່ງ​ນີ້​ໃຫ້ເຮັດ​ເປັນ​ສັນຍາລັກ​ຂອງ​ພວກເຈົ້າ ເໝືອນ​ສິ່ງ​ໜຶ່ງ​ທີ່​ຜູກ​ໄວ້​ຕາມ​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ. ມັນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ສືບຕໍ່​ເລົ່າ ແລະ​ສຶກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ; ເພາະວ່າ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ແຕ່​ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ລົງໂທດ​ປະເທດ​ເອຢິບ ໂດຍ​ເຮັດ​ການ​ອັດສະຈັນ​ທັງໝົດ​ຂອງເຮົາ​ອັນ​ໜ້າຢ້ານກົວ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ.


“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ໄດ້ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ ແລະ​ໄດ້​ປົດປ່ອຍ​ພວກເຂົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ຈົ່ງ​ຄຳນັບ​ໄທ​ເຮືອນ​ນັ້ນ.


ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ໂດຍ​ຊົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ ຈຶ່ງ​ຍື່ນໃຫ້​ພວກ​ສາວົກ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າ​ທັງຫລາຍ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ເມື່ອ​ໂມທະນາ​ຂອບພຣະຄຸນ ແລ້ວ​ກໍ​ຫັກ​ເຂົ້າຈີ່​ນັ້ນ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ໃຫ້​ສຳລັບ​ພວກເຈົ້າ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


ແລະ​ຮູ້​ວ່າ​ຣິດອຳນາດ​ອັນ​ໃຫຍ່​ເຫຼືອ​ປະມານ​ຂອງ​ພຣະອົງ ມີ​ຫລາຍ​ພຽງ​ໃດ​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ ຕາມ​ອຳນາດ​ພຣະ​ກຳລັງ ແລະ​ຣິດທານຸພາບ​ອັນ​ໃຫຍ່ຫລວງ​ຂອງ​ພຣະອົງ


ຈົ່ງ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ ເພາະ​ລາວ​ຊັກຊວນ​ນຳພາ​ພວກເຈົ້າ ໃຫ້​ໜີ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກເປັນ​ທາດ.


ແລ້ວ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ຈະ​ຢ້ານກົວ​ແລະ​ຈະ​ບໍ່ມີ​ໃຜ​ກ້າ​ເຮັດ​ສິ່ງ​ຊົ່ວຮ້າຍ​ໃນ​ທ່າມກາງ​ພວກເຈົ້າ​ອີກ.


ແຕ່​ຜູ້​ທີ່​ແກ້​ຄວາມຝັນ​ຫລື​ຜູ້ທຳນວາຍ ທີ່​ບອກ​ພວກເຈົ້າ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ. ຄົນຊົ່ວຮ້າຍ​ຢ່າງ​ນີ້​ຊັກຊວນ​ພວກເຈົ້າ​ໃຫ້​ໜີ​ຈາກ​ທາງ​ດຳເນີນ​ຊີວິດ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ໃຫ້​ເດີນ​ຕາມ. ຈົ່ງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້​ໃຫ້​ດັບ​ສິ້ນ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ພວກເຂົາ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.


ເຖິງ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ ຫລື​ລູກຊາຍ​ລູກສາວ ຫລື​ເມຍ​ທີ່​ຮັກ​ຫລື​ໝູ່​ເພື່ອນ​ທີ່​ສະໜິດ​ສະໜົມ ອາດ​ຊັກຊວນ​ພວກເຈົ້າ​ຢ່າງ​ລັບໆ​ໃຫ້​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຫຼົ່ານີ້ ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ.”


ຢ່າ​ເຮັດ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ເມື່ອ​ກິນ​ອາຫານ​ນີ້, ແຕ່​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຮັດ​ຄາວ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ຟ້າວຟັ່ງ​ນັ້ນ. ຈົ່ງ​ກິນ​ເຂົ້າຈີ່​ນີ້ ຄື​ເຂົ້າຈີ່​ແຫ່ງ​ຄວາມ​ທົນທຸກ​ເພື່ອ​ວ່າ​ຕາບໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ພວກເຈົ້າ​ຈະ​ໄດ້​ຈົດຈຳ​ວັນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ທົນທຸກ​ນັ້ນ.


ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


ຢ່າ​ລືມໄລ​ຈັກເທື່ອ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.”


ດ້ວຍ​ຣິດອຳນາດ​ແລະ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ທັງ​ໄດ້​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຕ່າງໆ​ອີກ​ດ້ວຍ.


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ​ຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ເອົາ​ພວກເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ຢຶດຖື​ວັນ​ຊະບາໂຕ.


‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ແຕ່​ພຣະເຈົ້າຢາເວ​ຮັກ​ພວກເຈົ້າ ແລະ​ຕ້ອງການ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊົງໄຖ່​ພວກເຈົ້າ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ເຈົ້າ​ເປັນ​ທາດ​ຮັບໃຊ້ ອອກ​ຈາກ​ເງື້ອມມື​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລົງ​ໄປ​ຈາກ​ພູ​ດຽວນີ້ ເພາະ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄດ້​ພາກັນ​ຫລົງ​ຜິດ​ແລະ​ເຮັດ​ຊົ່ວ​ສາ​ແລ້ວ. ພວກເຂົາ​ໄດ້​ຫັນໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ເຮັດ ໂດຍ​ຫລໍ່​ຮູບເຄົາຣົບ​ສຳລັບ​ພວກເຂົາ​ເອງ.’


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ນຳພາ​ພໍ່​ແມ່ ແລະ​ພວກເຮົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ພວກເຮົາ​ໄດ້​ເຫັນ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດ. ພຣະອົງ​ໄດ້​ຄຸ້ມຄອງ​ພວກເຮົາ​ໃຫ້​ປອດໄພ ບໍ່​ວ່າ​ບ່ອນ​ໃດ​ກໍຕາມ​ທີ່​ພວກເຮົາ​ໄດ້​ຜ່ານ​ໄປ​ໃນ​ທ່າມກາງ​ທຸກ​ຊົນຊາດ.


ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ຄື​ພຣະເຈົ້າ​ອົງ​ທີ່​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ພາກັນ​ເລີ່ມ​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ. ພວກເຂົາ​ໄດ້​ຂາບໄຫວ້​ພະ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ.


ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka