22 ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ.
ໂດຍເສົາເມກຊົງນຳພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນຳພາພວກເພິ່ນໃນກາງຄືນດ້ວຍ.
ແຕ່ພຣະອົງບໍ່ໄດ້ປະຖິ້ມພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມເມດຕາຂອງພຣະອົງຍິ່ງໃຫຍ່. ພຣະອົງບໍ່ໄດ້ເອົາເສົາເມກກັບເສົາໄຟ ທີ່ເຍືອງທາງທັງເວັນ ແລະຄືນໜີໄປຈາກພວກເພິ່ນ.
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ,
ສ່ວນເທວະດາຂອງພຣະເຈົ້າ ຕົນທີ່ເຄີຍນຳໜ້າຊາວອິດສະຣາເອນໄປ ກໍມາຢູ່ເບື້ອງຫລັງພວກເຂົາ. ເສົາເມກຊຶ່ງຢູ່ຂ້າງໜ້າກໍໄດ້ຍ້າຍກັບມາຂັ້ນທາງກາງ
ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ.
ແລ້ວເທິງພູເຂົາຊີໂອນແລະເທິງຜູ້ທີ່ເຕົ້າໂຮມຢູ່ທີ່ນັ້ນ ພຣະເຈົ້າຢາເວຈະສົ່ງເມກມາໃນຕອນກາງເວັນ ແລະສົ່ງຄວັນກັບແປວໄຟມາໃນຕອນກາງຄືນ. ສະຫງ່າຣາສີຈະປົກປ້ອງຄຸ້ມຄອງນະຄອນ.
ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ.
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາ ຜູ້ມີອຳນາດອີກຕົນໜຶ່ງ ລົງມາຈາກສະຫວັນ ມີເມກປົກຄຸມຕົວໄວ້ ແລະມີຮຸ້ງກິນນໍ້າຢູ່ເທິງອ້ອມຫົວ, ໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະຂາເໝືອນດັ່ງເຕົາໄຟ.