ອົບພະຍົບ 13:21 - ພຣະຄຳພີສັກສິ21 ໃນລະຫວ່າງການເດີນທາງນັ້ນ ພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກຊີ້ທາງໄປໃນເວລາກາງເວັນ ແລະມີເສົາໄຟເຍືອງທາງໄປໃນເວລາກາງຄືນ ເພື່ອພວກເຂົາຈະເດີນທາງທັງກາງເວັນແລະກາງຄືນໄດ້. Uka jalj uñjjattʼäta |
ພວກເຂົາກໍຈະບອກເລື່ອງນັ້ນໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ຄົນພວກນັ້ນໄດ້ຍິນແລ້ວວ່າພຣະອົງຄືພຣະເຈົ້າຢາເວ ສະຖິດຢູ່ທ່າມກາງພວກຂ້ານ້ອຍ ແລະພຣະເຈົ້າຢາເວໄດ້ປາກົດໜ້າຕໍ່ໜ້າໃຫ້ພວກຂ້ານ້ອຍເຫັນ, ແລະເປັນເສົາເມກຊຶ່ງຢຸດຢູ່ເທິງພວກຂ້ານ້ອຍ ແລະພຣະອົງຍັງໄດ້ນຳພາພວກຂ້ານ້ອຍໄປ ເປັນເສົາເມກໃນເວລາກາງເວັນ ແລະເປັນເສົາໄຟໃນເວລາກາງຄືນ.