Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:19 - ພຣະຄຳພີສັກສິ

19 ໂມເຊ​ເອົາ​ຊາກສົບ​ຂອງ​ໂຢເຊັບ​ໄປ​ນຳ ເພາະ​ໂຢເຊັບ​ໄດ້​ສັ່ງ​ໄວ້​ຢ່າງ​ໜັກແໜ້ນ. ເພິ່ນ​ໄດ້​ສັ່ງ​ໄວ້​ວ່າ, “ເມື່ອ​ພຣະເຈົ້າ​ມາ​ຊ່ວຍກູ້​ເອົາ​ພວກເຈົ້າ ພວກເຈົ້າ​ຕ້ອງ​ນຳ​ເອົາ​ຊາກສົບ​ຂອງຂ້ອຍ​ໄປ​ຈາກ​ທີ່​ນີ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 13:19
9 Jak'a apnaqawi uñst'ayäwi  

ແລ້ວ​ຢາໂຄບ​ກໍ​ເວົ້າ​ກັບ​ໂຢເຊັບ​ວ່າ, “ລູກ​ເຫັນ​ແລ້ວ​ວ່າ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍ, ແຕ່​ພຣະເຈົ້າ​ຈະ​ຢູ່​ກັບ​ເຈົ້າ ແລະ​ນຳ​ເຈົ້າ​ຄືນ​ໄປ​ສູ່​ດິນແດນ​ຂອງ​ປູ່ຍ່າຕາຍາຍ​ຂອງເຈົ້າ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ເມື່ອ​ເພື່ອນບ້ານ​ໃກ້ຄຽງ​ກັບ​ຍາດຕິພີ່ນ້ອງ​ຂອງ​ນາງ​ໄດ້ຍິນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຄວາມ​ເມດຕາປານີ​ແກ່​ນາງ​ຢ່າງ​ຫລວງຫລາຍ ພວກເຂົາ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ນຳ​ນາງ.


ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”


ແລ້ວ​ຢາໂຄບ​ກໍ​ໄດ້​ລົງ​ໄປ​ທີ່​ປະເທດ​ເອຢິບ ແລະ​ເພິ່ນ​ກັບ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ຢູ່​ທີ່​ນັ້ນ.


ແລະ​ພວກເຂົາ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ພວກເພິ່ນ​ກັບຄືນ​ມາ​ທີ່​ຊີເຄມ ແລະ​ໄດ້​ວາງ​ໄວ້​ໃນ​ອຸບມຸງ ທີ່​ອັບຣາຮາມ​ໄດ້​ຊື້​ຈາກ​ຕະກຸນ​ຮາໂມ ດ້ວຍ​ເງິນ​ຈຳນວນ​ໜຶ່ງ​ໃນ​ເມືອງ​ຊີເຄມ.


ເພາະ​ໂຢເຊັບ​ມີ​ຄວາມເຊື່ອ ເມື່ອ​ໃກ້​ຈະ​ສິ້ນໃຈ​ຕາຍ ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ຂອງ​ພວກ​ອິດສະຣາເອນ ແລະ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຄວນ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ກະດູກ​ຂອງຕົນ.


ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka