Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:18 - ພຣະຄຳພີສັກສິ

18 ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.

Uka jalj uñjjattʼäta Copia luraña




ອົບພະຍົບ 13:18
13 Jak'a apnaqawi uñst'ayäwi  

ແລ້ວ​ໂຢເຊັບ​ກໍ​ໃຫ້​ປະຊາຊົນ​ຂອງຕົນ​ສາບານ​ຕໍ່​ຕົນ​ວ່າ, “ຈົ່ງ​ສາບານ​ຕໍ່​ຂ້ອຍ​ວ່າ ເມື່ອ​ພຣະເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ໄປ​ສູ່​ດິນແດນ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ເອົາ​ຊາກສົບ​ຂອງຂ້ອຍ​ອອກ​ໄປ​ນຳ.”


ພຣະອົງ​ໄດ້​ນຳ​ພວກເຂົາ​ມຸ້ງໜ້າ​ໄປ​ຕາມ​ທາງ​ຊື່ ສູ່​ນະຄອນ​ໜຶ່ງ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ໄດ້.


ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ແຜ່ນດິນ​ໂລກ​ໄດ້​ຫວັ່ນໄຫວ​ໄປ​ໝົດ ແລະ​ຟ້າ​ສະຫວັນ​ກໍ​ເທ​ຫ່າຝົນ​ລົງ​ມາ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ພູເຂົາ​ຊີນາຍ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.


“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ກັບ​ເມືອ​ຕັ້ງ​ຄ້າຍພັກ​ຢູ່​ຕໍ່ໜ້າ​ຂອງ​ປີຮາຮີໂຣດ; ລະຫວ່າງ​ມິກໂດນ​ກັບ​ທະເລແດງ ແລະ​ຢູ່​ໃກ້​ກັບ ບາອານເຊໂຟນ.


ກອງທັບ​ເອຢິບ​ຊຶ່ງ​ມີ​ທະຫານ​ມ້າ ລວມ​ທັງ​ລົດຮົບ​ແລະ​ຄົນ​ຂັບ ໄດ້​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ ແລະ​ທັນ​ພວກເຂົາ​ຢູ່​ໃກ້​ກັບ ປີຮາຮີໂຣດ; ຄື​ຕໍ່ໜ້າ​ບາອານເຊໂຟນ ຊື່​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ແຄມ​ທະເລແດງ.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


ພຣະອົງ​ໄດ້​ເຫັນ​ພວກເຂົາ​ເຄື່ອນຍ້າຍ ຜ່ານ​ຜ່າ​ທ້ອງຖິ່ນ​ທະເລຊາຍ ເປົ່າປ່ຽວ​ທຸລະກັນດານ ທັງ​ລົມ​ພັດ​ແຮງ​ເຫລືອຮ້າຍ; ພຣະອົງ​ເລີຍ​ດູແລ​ປົກປ້ອງ​ໄວ້ ແລະ​ເອົາໃຈໃສ່​ພວກເຂົາ ແລະ​ເຝົ້າ​ປົກປັກ​ຮັກສາ ເໝືອນດັ່ງ​ແກ້ວຕາ​ຂອງ​ພຣະອົງ​ນັ້ນ.


ລູກ ເມຍ​ກັບ​ຝູງ​ສັດ​ລ້ຽງ​ຂອງ​ພວກເຈົ້າ​ຈະ​ພັກ​ຢູ່​ທີ່​ນີ້ ສ່ວນ​ທະຫານ​ທີ່​ປະກອບ​ອາວຸດ​ເພື່ອ​ອອກ​ຮົບ​ນັ້ນ ພວກເຂົາ​ຈະ​ຂ້າມ​ແມ່ນໍ້າ​ອອກ​ນຳໜ້າ​ບັນດາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເພື່ອ​ຊ່ວຍ​ພວກເຂົາ


ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.


ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka