Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:17 - ພຣະຄຳພີສັກສິ

17 ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ​ນັ້ນ ພຣະເຈົ້າ​ບໍ່ໄດ້​ນຳພາ​ພວກເຂົາ​ຂຶ້ນ​ໄປ​ທາງ​ດິນແດນ​ຟີລິດສະຕິນ ເຖິງ​ແມ່ນ​ວ່າ​ທາງ​ນັ້ນ​ຈະ​ເປັນ​ທາງ​ໃກ້​ກໍຕາມ. ພຣະເຈົ້າ​ຄິດ​ໃນ​ໃຈ​ວ່າ, “ເຮົາ​ບໍ່​ຕ້ອງການ​ໃຫ້​ປະຊາຊົນ​ຄິດ​ປ່ຽນໃຈ​ກັບຄືນ​ໄປ​ທີ່​ປະເທດ​ເອຢິບ ເມື່ອ​ພວກເຂົາ​ເຫັນ​ວ່າ​ພວກເຂົາ​ຕ້ອງ​ເຮັດ​ເສິກ.”

Uka jalj uñjjattʼäta Copia luraña




ອົບພະຍົບ 13:17
14 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ເປັນ​ຄົນບາບ ແລະ​ຊົ່ວຊ້າ; ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ


ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ແຕ່​ໂປໂລ​ຄິດ​ວ່າ​ບໍ່ຄວນ​ເອົາ​ຜູ້​ກ່ຽວ​ໄປ​ນຳ ເພາະ​ລາວ​ບໍ່ໄດ້​ຢູ່​ຮ່ວມ​ງານ​ຈົນ​ສິ້ນສຸດ​ພາລະກິດ, ແຕ່​ໄດ້​ກັບຄືນ​ໄປ ແລະ​ປະ​ພວກເພິ່ນ​ໄວ້​ທີ່​ແຂວງ​ປຳຟີເລຍ.


ແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເພິ່ນ ພວກເຂົາ​ໄດ້​ຊຸກ​ເພິ່ນ​ອອກ​ໜີ ແລະ​ຫວັງ​ວ່າ​ພວກ​ຕົນ​ຄົງ​ຈະ​ກັບຄືນ​ສູ່​ປະເທດ​ເອຢິບ​ໄດ້.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’


ພຣະເຈົ້າຢາເວ​ຈະ​ສົ່ງ​ພວກເຈົ້າ​ກັບຄືນ​ໄປ​ສູ່​ປະເທດ​ເອຢິບ​ທາງ​ເຮືອ ເຖິງ​ແມ່ນ​ວ່າ​ພຣະອົງ ໄດ້​ສັ່ງ​ໄວ້​ວ່າ ພວກເຈົ້າ​ບໍ່​ຕ້ອງ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ​ກໍຕາມ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຈ່າວ​ຂາຍ​ຕົນເອງ​ເປັນ​ຄົນ​ຮັບໃຊ້​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ແຕ່​ບໍ່ມີ​ຜູ້ໃດ​ຕ້ອງການ​ຊື້​ພວກເຈົ້າ.”


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


ສະນັ້ນ ເຈົ້າ​ຈົ່ງ​ປະກາດ​ແກ່​ຄົນ​ທັງຫລາຍ​ວ່າ, ‘ຖ້າ​ຜູ້ໃດ​ຢ້ານ​ໃຫ້​ກັບຄືນ​ເມືອ​ສາ ສ່ວນ​ພວກເຮົາ​ຈະ​ຢູ່​ທີ່​ພູ​ກີເລອາດ​ນີ້.”’ ດັ່ງນັ້ນ ຈຶ່ງ​ມີ​ຊາວສອງພັນ​ຄົນ​ກັບຄືນ​ເມືອ​ແລະ​ມີ​ສິບພັນ​ຄົນ​ຍັງເຫລືອ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka