Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:16 - ພຣະຄຳພີສັກສິ

16 ສິ່ງ​ນີ້​ຈະ​ເປັນ​ເຄື່ອງໝາຍ​ຜູກ​ໄວ້​ທີ່​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຈົ້າ. ມັນ​ຈະ​ເຕືອນ​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.”’

Uka jalj uñjjattʼäta Copia luraña




ອົບພະຍົບ 13:16
18 Jak'a apnaqawi uñst'ayäwi  

ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້ ແລະ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່​ແລະ​ດ້ວຍ​ກຳລັງ​ຂອງ​ພຣະອົງ.


ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ເລືອດ​ທີ່​ປະຕູ​ເຮືອນ​ນັ້ນ ຈະ​ເປັນ​ໝາຍສຳຄັນ​ບອກ​ວ່າ ເປັນ​ເຮືອນ​ທີ່​ພວກເຈົ້າ​ອາໄສ​ຢູ່. ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ ເຮົາ​ຈະ​ຜ່ານ​ເວັ້ນ​ໄປ ແລະ​ຈະ​ບໍ່​ທຳຮ້າຍ​ພວກເຈົ້າ ເວລາ​ເຮົາ​ລົງໂທດ​ຊາວ​ເອຢິບ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ແລະ​ສິ່ງ​ນີ້​ໃຫ້ເຮັດ​ເປັນ​ສັນຍາລັກ​ຂອງ​ພວກເຈົ້າ ເໝືອນ​ສິ່ງ​ໜຶ່ງ​ທີ່​ຜູກ​ໄວ້​ຕາມ​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ. ມັນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ສືບຕໍ່​ເລົ່າ ແລະ​ສຶກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ; ເພາະວ່າ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ຈົ່ງ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເພິ່ນ​ໄວ້​ສະເໝີ ແລະ​ຝັງ​ຖ້ອຍຄຳ​ນັ້ນ​ໄວ້​ຢູ່​ໃນ​ຈິດໃຈ​ເຈົ້າ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ


ຈົ່ງ​ຈົດຈຳ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໄວ້ ໃນ​ຄວາມຄິດ, ຈິດໃຈ ແລະ​ຈິດວິນຍານ. ຈົ່ງ​ມັດ​ມັນ​ໄວ້​ທີ່​ແຂນ​ເປັນ​ໝາຍສຳຄັນ​ແລະ​ຄຽນ​ມັນ​ໄວ້​ທີ່​ໜ້າຜາກ​ເພື່ອ​ເປັນ​ສິ່ງ​ເຕືອນໃຈ.


ດ້ວຍ​ຣິດອຳນາດ​ແລະ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ທັງ​ໄດ້​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຕ່າງໆ​ອີກ​ດ້ວຍ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ​ຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ເອົາ​ພວກເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ຢຶດຖື​ວັນ​ຊະບາໂຕ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ຄື​ພຣະເຈົ້າ​ອົງ​ທີ່​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ພາກັນ​ເລີ່ມ​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ນັ້ນ. ພວກເຂົາ​ໄດ້​ຂາບໄຫວ້​ພະ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka