Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:15 - ພຣະຄຳພີສັກສິ

15 ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຮົາ​ໄປ​ນັ້ນ ພຣະເຈົ້າຢາເວ​ໄດ້​ຂ້າ​ລູກຊາຍກົກ​ຫົວປີ​ທັງໝົດ​ຂອງ​ຊາວ​ເອຢິບ​ຄື: ລູກຊາຍກົກ​ຂອງ​ຄົນ​ແລະ​ທັງ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ຄື​ກັນ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຖວາຍບູຊາ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ແກ່​ພຣະເຈົ້າຢາເວ, ແຕ່​ສ່ວນ​ລູກຊາຍກົກ​ນັ້ນ ພວກເຮົາ​ໄຖ່​ຄືນ​ໄວ້​ໄດ້.

Uka jalj uñjjattʼäta Copia luraña




ອົບພະຍົບ 13:15
7 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທັງຫລາຍ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ຖິ້ມ.


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.


ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.


ແຕ່​ເນື່ອງ​ຈາກ​ວ່າ​ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ ມີ​ຈຳນວນ​ເກີນ​ຊາວ​ເລວີ​ຢູ່ 273 ຄົນ; ເຈົ້າ​ຕ້ອງ​ໄຖ່​ຈຳນວນ​ທີ່​ເກີນ​ນັ້ນ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka