Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:13 - ພຣະຄຳພີສັກສິ

13 ແຕ່​ທຸກ​ເທື່ອ​ທີ່​ມີ​ລູກລໍ​ໂຕ​ເຖິກ​ເກີດ​ມາ ພວກເຈົ້າ​ຕ້ອງ​ເອົາ​ແກະ​ຫລື​ແບ້​ໂຕ​ເຖິກ​ແລກ​ເອົາ​ໄວ້. ຖ້າ​ພວກເຈົ້າ​ບໍ່​ຢາກ​ແລກ​ເອົາ​ໄວ້ ກໍ​ໃຫ້​ຫັກ​ຄໍ​ໂຕລໍ​ເຖິກ​ນັ້ນ​ຖິ້ມ​ເສຍ. ພວກເຈົ້າ​ຕ້ອງ​ໄຖ່​ຄືນ​ລູກຊາຍກົກ​ທຸກໆ​ຄົນ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 13:13
7 Jak'a apnaqawi uñst'ayäwi  

ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ.


ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້.


“ຈົ່ງ​ອຸທິດ​ຖວາຍ​ລູກຊາຍກົກ​ທຸກຄົນ​ແກ່​ເຮົາ. ລູກຊາຍກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງເຮົາ.”


ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka