Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 13:12 - ພຣະຄຳພີສັກສິ

12 ພວກເຈົ້າ​ຕ້ອງ​ຖວາຍ​ລູກຊາຍກົກ​ແກ່​ພຣະເຈົ້າຢາເວ. ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ຂອງ​ພວກເຈົ້າ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 13:12
17 Jak'a apnaqawi uñst'ayäwi  

ລູກຊາຍກົກ​ແຕ່ລະຄົນ​ຂອງ​ພວກ​ຂ້ານ້ອຍ ຈະ​ຕ້ອງ​ຖືກ​ນຳ​ໄປ​ຫາ​ປະໂຣຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຖວາຍ​ລາວ​ແກ່​ພຣະເຈົ້າ​ຢູ່​ໃນ​ທີ່ນັ້ນ ຕາມ​ທີ່​ກົດບັນຍັດ​ໄດ້​ຂຽນ​ໄວ້. ພວກ​ຂ້ານ້ອຍ​ຍັງ​ຈະ​ຖວາຍ​ລູກກົກ​ຂອງ​ງົວເຖິກ, ຂອງ​ງົວແມ່​ແຕ່ລະໂຕ ແລະ​ລູກກົກ​ຂອງ​ແກະເຖິກ ຫລື​ລູກແກະ ຫລື​ລູກ​ແບ້​ແຕ່ລະໂຕ​ດ້ວຍ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


“ຈົ່ງ​ອຸທິດ​ຖວາຍ​ລູກຊາຍກົກ​ທຸກຄົນ​ແກ່​ເຮົາ. ລູກຊາຍກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງເຮົາ.”


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


ຈົ່ງ​ນຳ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ຕ້ອງ​ຖວາຍ​ຕາມ​ກຳນົດ​ນັ້ນ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຖວາຍ​ລູກຊາຍກົກ​ຂອງ​ພວກເຈົ້າ​ແກ່​ເຮົາ.


ລູກຊາຍກົກ​ທຸກຄົນ ແລະ​ສັດ​ຫົວປີ​ທຸກ​ໂຕ​ເປັນ​ຂອງເຮົາ


ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.


ແລ້ວ​ເຈົ້າ​ກໍ​ເອົາ​ບັນດາ​ລູກຊາຍ​ແລະ​ລູກສາວ​ທີ່​ເກີດ​ໃຫ້​ເຮົາ​ນັ້ນ ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ເປັນ​ເຄື່ອງບູຊາ. ການ​ທີ່​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​ບໍ?


ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.


ລູກ​ສັດ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ​ແລ້ວ; ສະນັ້ນ ຈຶ່ງ​ບໍ່​ໃຫ້​ຜູ້ໃດ​ນຳ​ມາ​ຖວາຍ​ດ້ວຍ​ໃຈ​ສັດທາ​ແກ່​ພຣະອົງ. ລູກ​ງົວ​ກັບ​ລູກແກະ​ຫລື​ລູກ​ແບ້​ເປັນ​ຂອງ​ພຣະເຈົ້າຢາເວ


ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.


“ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຊາວ​ເລວີ ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ທັງຫລາຍ. ໃຫ້​ພວກເຂົາ​ຮັບໃຊ້​ເຮົາ​ແທນ​ລູກກົກ​ທັງຫລາຍ​ຂອງ​ປະຊາຊົນ​ອິດສະຣາເອນ.


ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເມື່ອ​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ໃນ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ອຸທິດ​ຖວາຍ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະ​ຄອບຄົວ​ໃຫ້​ເປັນ​ຂອງເຮົາ ຕະຫລອດ​ທັງ​ລູກຫົວປີ​ຂອງ​ສັດ​ທຸກໆ​ໂຕ​ດ້ວຍ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ລູກຊາຍກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ.”


“ຈົ່ງ​ແຍກ​ລູກຫົວປີ​ຂອງ​ງົວເຖິກ​ແລະ​ແກະ​ທຸກໆ​ໂຕ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຢ່າ​ໃຊ້​ແຮງ​ສັດ​ແລະ​ຢ່າ​ຕັດ​ຂົນແກະ​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka