ອົບພະຍົບ 13:11 - ພຣະຄຳພີສັກສິ11 ແລ້ວໂມເຊກໍໄດ້ກ່າວວ່າ, “ພຣະເຈົ້າຢາເວຈະນຳພວກເຈົ້າເຂົ້າໄປສູ່ດິນແດນການາອານ ບ່ອນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນວ່າ ຈະຍົກໃຫ້ພວກເຈົ້າກັບບັນພະບຸລຸດຂອງພວກເຈົ້າ. ເມື່ອພຣະອົງມອບດິນແດນໃຫ້ພວກເຈົ້າແລ້ວ Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
ຂໍໃຫ້ລະນຶກເຖິງພວກຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ອັບຣາຮາມ, ອີຊາກ ແລະຢາໂຄບ. ໂຜດລະນຶກເຖິງພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບພວກເຂົາວ່າ ພຣະອົງຈະໃຫ້ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະຈະໃຫ້ພວກເຂົາໄດ້ດິນແດນທັງໝົດທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກຳມະສິດຂອງພວກເຂົາຕະຫລອດໄປ.”