9 ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນທັງໝົດຄື: ທັງຫົວ, ທັງຂາ ແລະເຄື່ອງໃນໄສ້ພຸງ.
ຊາວເລວີປີ້ງເຄື່ອງເຜົາບູຊາຂອງປັດສະຄາຕາມກົດລະບຽບ ແລະຕົ້ມເຄື່ອງບູຊາອັນບໍຣິສຸດໃນໝໍ້, ໃນການໍ້າ ແລະໃນໝໍ້ຂາງ ແລະຟ້າວຢາຍຊີ້ນນັ້ນໃຫ້ປະຊາຊົນ.
ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.
ຕໍ່ໄປ ເຈົ້າຈົ່ງເອົາເຄື່ອງໃນໄຂມັນ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫຼັງທັງສອງໜ່ວຍພ້ອມໄຂມັນທີ່ຕິດຢູ່ນັ້ນ ເຜົາເທິງແທ່ນບູຊາຖວາຍແກ່ເຮົາ.
ໃຫ້ຕັດແກະເປັນຕ່ອນໆ ແລະລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລ້ວເອົາມາວາງໄວ້ເທິງຫົວແລະເທິງຕ່ອນອື່ນໆ.
ພຣະອົງໄດ້ສົ່ງໄຟຈາກເບື້ອງເທິງລົງມາ ເປັນໄຟທີ່ລຸກໄໝ້ຢູ່ພາຍໃນຈິດໃຈຂ້ອຍ. ພຣະອົງໄດ້ຫ້າງແຮ້ວໃສ່ຂ້ອຍ ແລະເຮັດໃຫ້ລົ້ມລົງກັບພື້ນດິນ ປະຖິ້ມຂ້ອຍໃຫ້ເຈັບປວດຢູ່ຢ່າງນັ້ນ.
ຜູ້ນຳສັດມາຖວາຍນັ້ນຈະຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະພວກປະໂຣຫິດທີ່ເຮັດພິທີຈະເຜົາຕ່ອນຊີ້ນງົວທັງໝົດທີ່ເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ຈົ່ງຕົ້ມຊີ້ນກິນໃນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະໃນຕອນເຊົ້າໃຫ້ກັບເມືອເຮືອນຂອງໃຜລາວ.